13 ໂມເຊແລະໂຢຊວຍ ຜູ້ຊ່ວຍຂອງຕົນ ຈຶ່ງໄດ້ຕຽມຕົວ ແລະໂມເຊກໍເລີ່ມ ຂຶ້ນໄປທີ່ເທິງພູເຂົາຂອງພຣະເຈົ້າ.
ລູກຊາຍຂອງເອລີຊາມາແມ່ນນູນ, ລູກຊາຍຂອງນູນແມ່ນໂຢຊວຍ.
ເຢທະໂຣໄດ້ພາເມຍຂອງໂມເຊພ້ອມດ້ວຍລູກຊາຍທັງສອງຂອງນາງ ມາທີ່ຖິ່ນແຫ້ງແລ້ງກັນດານ ບ່ອນທີ່ໂມເຊໄດ້ຕັ້ງຄ້າຍພັກຢູ່ທີ່ພູຂອງພຣະເຈົ້າ.
ແລະໂມເຊກໍໄດ້ຂຶ້ນໄປທີ່ເທິງພູເພື່ອເຂົ້າເຝົ້າພຣະເຈົ້າ. ພຣະເຈົ້າຢາເວໄດ້ເອີ້ນໂມເຊຈາກເທິງພູໃຫ້ບອກຊາວອິດສະຣາເອນ ເຊື້ອສາຍຂອງຢາໂຄບດັ່ງນີ້:
ມື້ໜຶ່ງ ໃນຂະນະທີ່ໂມເຊກຳລັງລ້ຽງຝູງແກະ ແລະຝູງແບ້ຂອງເຢທະໂຣ ພໍ່ເຖົ້າຂອງຕົນຜູ້ທີ່ເປັນປະໂຣຫິດຂອງຊາວມີດີອານ ລາວໄດ້ຕ້ອນຝູງສັດເລີຍຂ້າມຖິ່ນແຫ້ງແລ້ງກັນດານໄປທີ່ຊີນາຍພູເຂົາຂອງພຣະເຈົ້າ.
ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນພວມຮ້ອງເອະອະກັນຢູ່ ລາວຈຶ່ງເວົ້າກັບໂມເຊວ່າ, “ຂ້ອຍຄືໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍພັກ.”
ພຣະເຈົ້າຢາເວກ່າວແກ່ໂມເຊໜ້າຕໍ່ໜ້າ ດັ່ງຄົນໜຶ່ງທີ່ກ່າວຕໍ່ເພື່ອນຂອງຕົນ. ແລ້ວໂມເຊກໍກັບຄືນເມືອຄ້າຍພັກ, ສ່ວນໂຢຊວຍລູກຊາຍຂອງນູນ ຜູ້ຮັບໃຊ້ທີ່ໜຸ່ມແໜ້ນຂອງເພິ່ນໄດ້ປະຈຳຢູ່ໃນຫໍເຕັນ.
ໃນຂະນະດຽວກັນນີ້ ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ຈົ່ງອອກໄປພົບໂມເຊທີ່ຖິ່ນແຫ້ງແລ້ງກັນດານ.” ສະນັ້ນ ອາໂຣນຈຶ່ງອອກໄປພົບໂມເຊທີ່ພູເຂົາຂອງພຣະເຈົ້າ ແລະເມື່ອພວກເພິ່ນໄດ້ພົບກັນ ອາໂຣນກໍກອດຈູບໂມເຊ.
ແລ້ວໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍຂອງໂມເຊຕັ້ງແຕ່ສະໄໝຍັງເປັນໜຸ່ມ ກໍໄດ້ເວົ້າກັບໂມເຊວ່າ, “ທ່ານເອີຍ ຈົ່ງໄປບອກພວກເຂົາໃຫ້ຢຸດສາ.”
ຫລັງຈາກໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ຕາຍໄປແລ້ວ ພຣະເຈົ້າຢາເວໄດ້ສັ່ງໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍວຽກຂອງໂມເຊວ່າ,