Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 24:12 - ພຣະຄຳພີສັກສິ

12 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູເຂົາ; ເມື່ອ​ເຈົ້າ​ມາ​ຮອດ​ທີ່​ນີ້​ແລ້ວ ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ບັນຈຸ​ກົດບັນຍັດ​ທັງໝົດ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ສຳລັບ​ແນະນຳ​ປະຊາຊົນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 24:12
21 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເທິງ​ຈອມ​ພູ​ນີ້ ແລ້ວ​ພຣະເຈົ້າຢາເວ​ຈະ​ກາຍ​ໄປ.” ກ່ອນ​ໜ້າ​ພຣະເຈົ້າຢາເວ​ສະເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູເຂົາ​ຍະ​ອອກ ແລະ​ເຮັດ​ໃຫ້​ກ້ອນຫີນ​ແຕກ​ເປັນ​ກ້ອນໆ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງຈາກ​ນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນີ້.


ເອຊະຣາ​ໄດ້​ອຸທິດ​ຊີວິດ​ຂອງຕົນ ສຶກສາ​ຮໍ່າຮຽນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ແລະ​ໄດ້​ສອນ​ກົດບັນຍັດ​ແລະ​ລະບຽບ​ການ​ທັງໝົດ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.


ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.


ພຣະອົງ​ສັ່ງສອນ​ໃຫ້​ຢຶດຖື​ວັນ​ຊະບາໂຕ ໃຫ້​ເປັນ​ວັນ​ບໍຣິສູດ ຊົງ​ໃຫ້​ຂໍ້ຄຳສັ່ງ ແລະ​ກົດບັນຍັດ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້.


ແຕ່​ບໍ່ມີ​ຜູ້ໃດ​ເຫັນ​ໄດ້​ເຖິງ​ຄວາມ​ຜິດພາດ​ຂອງ​ຕົນເອງ ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມຜິດ​ທີ່​ປິດບັງ​ໄວ້​ດ້ວຍ


ແລະ​ໂມເຊ​ກໍໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເທິງ​ພູ​ໃຫ້​ບອກ​ຊາວ​ອິດສະຣາເອນ ເຊື້ອສາຍ​ຂອງ​ຢາໂຄບ​ດັ່ງນີ້:


ເວລາ​ໂມເຊ​ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ນັ້ນ ເມກ​ໄດ້​ປົກຄຸມ​ໜ່ວຍ​ພູ​ໄວ້.


ໂມເຊ​ໄດ້​ຍ່າງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ເຂົ້າ​ໄປ​ໃນ​ເມກ​ນັ້ນ. ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ ແລະ​ສີ່ສິບ​ຄືນ.


ໃຫ້​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ. ຄົນອື່ນ​ຢ່າ​ໃຫ້​ຫຍັບ​ເຂົ້າ​ມາ​ໃກ້. ສ່ວນ​ປະຊາຊົນ​ນັ້ນ ຢ່າ​ໃຫ້​ຂຶ້ນ​ມາ​ເທິງ​ພູ​ເປັນ​ເດັດຂາດ.”


ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ເທື່ອ​ທຳອິດ ແລະ​ເຮົາ​ຈະ​ຂຽນ​ຖ້ອຍຄຳ​ຂອງ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ແຕກ​ນັ້ນ​ໃສ່.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ດັ່ງນັ້ນ ຜູ້ໃດ​ປະຕິເສດ​ກົດບັນຍັດ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ​ທັງ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິເສດ, ຜູ້ນັ້ນ​ຈະ​ເປັນ​ຜູ້​ນ້ອຍ​ໃນ​ອານາຈັກ​ສະຫວັນ, ແຕ່​ຜູ້ໃດ​ທີ່​ປະຕິບັດ​ຕາມ​ກົດບັນຍັດ ແລະ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິບັດ​ຕາມ ຜູ້ນັ້ນ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ອານາຈັກ​ສະຫວັນ.


ແລະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ເປັນ​ຕົວໜັງສື​ທີ່​ມາ​ຈາກ​ພຣະຄຣິດ ທີ່​ພວກເຮົາ​ເປັນ​ຜູ້​ຂຽນ ຊຶ່ງ​ບໍ່ໄດ້​ຂຽນ​ດ້ວຍ​ນໍ້າມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ບໍ່ໄດ້​ຂຽນ​ໃສ່​ແຜ່ນຫີນ ແຕ່​ຂຽນ​ໃສ່​ຫົວໃຈ​ຂອງ​ມະນຸດ.


ແຕ່​ຖ້າ​ການ​ປະຕິບັດ​ທີ່​ນຳ​ໄປ​ເຖິງ​ຄວາມ​ຕາຍ ຄື​ການ​ປະຕິບັດ​ຕາມ​ຕົວອັກສອນ ຊຶ່ງ​ຊົງ​ຈາລຶກ​ໄວ້​ທີ່​ແຜ່ນຫີນ​ນັ້ນ​ຍັງ​ມາ​ດ້ວຍ​ຣັດສະໝີ ເຖິງ​ແມ່ນ​ວ່າ​ເປັນ​ຣັດສະໝີ​ທີ່​ຈາງຫາຍ​ໄປ ກໍ​ຍັງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເບິ່ງ​ໜ້າ​ຂອງ​ໂມເຊ​ບໍ່ໄດ້.


ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ສັ່ງສອນ​ກົດບັນຍັດ​ທຸກ​ຂໍ້​ນັ້ນ​ແກ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ນຳ​ໄປ​ປະຕິບັດ​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ບຸກ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.”


ແມ່ນ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທຸກຄົນ ເມື່ອ​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ເທິງ​ພູ​ນັ້ນ. ເມື່ອ​ພຣະອົງ​ໄດ້​ກ່າວ​ດ້ວຍ​ສຽງ​ທີ່​ເຕັມ​ດ້ວຍ​ຣິດອຳນາດ ຈາກ​ແປວໄຟ​ແລະ​ຈາກ​ເມກ​ອັນ​ໜາຕຶບ ພຣະອົງ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້ ແລະ​ບໍ່ມີ​ຂໍ້ຄຳສັ່ງ​ອື່ນ​ອີກ ແລ້ວ​ພຣະອົງ​ກໍໄດ້​ຈາລຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ມອບ​ໃຫ້​ຂ້າພະເຈົ້າ.”


ແຕ່​ສຳລັບ​ເຈົ້າ ໂມເຊ​ເອີຍ ຈົ່ງ​ຢູ່​ທີ່​ນີ້​ກັບ​ເຮົາ ແລະ​ເຮົາ​ຈະ​ມອບ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ໃຫ້​ເຈົ້າ. ຈົ່ງ​ສັ່ງສອນ​ສິ່ງ​ນີ້​ໃຫ້​ປະຊາຊົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ປະຕິບັດ​ຕາມ​ສິ່ງ​ນັ້ນ ຢູ່​ໃນ​ດິນແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ພວກເຂົາ​ຄອບຄອງ.’


ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka