Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 24:10 - ພຣະຄຳພີສັກສິ

10 ແລະ​ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ລຸ່ມ​ຕີນ​ຂອງ​ພຣະອົງ​ມີ​ສິ່ງ​ໜຶ່ງ​ປູ​ໄວ້ ເປັນ​ຄື​ແກ້ວໄພທູນ​ສະຫງ່າ​ແຈ່ມໃສ​ດັ່ງ​ທ້ອງຟ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 24:10
28 Jak'a apnaqawi uñst'ayäwi  

ຢາໂຄບ​ເວົ້າ​ວ່າ, “ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ​ຕໍ່ໜ້າຕໍ່ຕາ ແລະ​ຂ້ອຍ​ຍັງ​ບໍ່​ຕາຍ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ “ເປນີເອນ.”


ເມື່ອ​ຢາໂຄບ​ອອກ​ໄປ​ຈາກ​ເປນີເອນ ຕາເວັນ​ກໍ​ກຳລັງ​ຂຶ້ນ; ເພິ່ນ​ຍ່າງ​ຂາ​ເຢັກ​ໄປ​ເພາະ​ເຈັບ​ແອວ.


ແລະ​ມີກາອີຢາ​ໄດ້ກ່າວ​ວ່າ, “ສະນັ້ນ ຂໍ​ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເຖີດ ຂ້ານ້ອຍ​ໄດ້​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ພຣະ​ບັນລັງ​ຂອງ​ພຣະອົງ​ໃນ​ສະຫວັນ ແລະ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ອ້ອມ​ຂ້າງ​ພຣະອົງ.


ດັ່ງນັ້ນ ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ໂຜດ​ໃຫ້​ທຸກສິ່ງ​ເປັນ​ຈິງ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ດາວິດ ຄົນ​ຮັບໃຊ້​ຂອງ​ພຣະອົງ​ເທີ້ນ.


ພຣະອົງ​ບໍ່ໄດ້​ທຳລາຍ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ; ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ ແລ້ວ​ພວກເຂົາ​ກໍ​ພາກັນ​ກິນ​ແລະ​ດື່ມ.


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ເຈົ້າ​ຈະ​ບໍ່​ເຫັນ​ໜ້າ​ເຮົາ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ໄດ້​ເຫັນ​ໜ້າ​ເຮົາ​ແລ້ວ​ມີ​ຊີວິດ​ຢູ່.”


ແລ້ວ​ເຮົາ​ກໍ​ຈະ​ເອົາ​ມື​ອອກ ແລະ​ເຈົ້າ​ຈະ​ເຫັນ​ຫລັງ​ເຮົາ ແຕ່​ຈະ​ບໍ່ໄດ້​ເຫັນ​ໜ້າ​ເຮົາ.”


ສ່ວນ​ມື​ລາວ​ນັ້ນ​ກໍໄດ້​ຊັດສ່ວນ​ດີ ໃສ່​ແຫວນ​ທີ່​ປະດັບ​ດ້ວຍ​ແກ້ວຫີນ​ສີຄຳ​ເຫລື້ອມ. ໂຕ​ລາວ​ກ້ຽງ ຄີງກົມ​ດັ່ງ​ງາ​ຊ້າງເຜືອກ ທີ່​ປະດັບ​ປະດາ​ດ້ວຍ​ຫີນ​ແກ້ວ​ນິນ​ສີຄາມ.


ຍິງສາວ​ຄົນນີ້​ເປັນ​ຜູ້ໃດ​ກັນ​ນໍ? ເປັນ​ຄົນ​ເບີກບານ​ໃຈ​ດັ່ງ​ຮຸ່ງ​ອາລຸນ​ຕອນເຊົ້າ; ນາງ​ຊ່າງ​ງາມແທ້​ແລະ​ບໍຣິສຸດ​ຜຸດຜ່ອງ ດັ່ງ​ຕາເວັນ​ແລະ​ດວງເດືອນ​ສ່ອງແຈ້ງ​ເຫລື້ອມໃສ.


ພວກ​ເຈົ້າຊາຍ ທີ່​ບໍຣິສຸດ​ຜຸດຜ່ອງ​ດັ່ງ​ຫິມະ​ຂາວ ມີ​ແຮງ​ແລະ​ເຂັ້ມແຂງ ສຸຂະພາບ​ດີເດັ່ນ.


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ໄດ້​ແນມ​ເບິ່ງ​ວົງໂຄ້ງ​ທີ່​ເທິງ​ຫົວ​ເຄຣຸບ​ນັ້ນ ມີ​ສິ່ງ​ໜຶ່ງ​ທີ່​ເບິ່ງ​ເໝືອນ​ບັນລັງ​ທີ່​ເຮັດ​ດ້ວຍ​ແກ້ວ​ມໍຣະກົດ.


ຂ້ານ້ອຍ​ເປັນ​ດັ່ງ​ຂ້າທາດ​ຄົນ​ໜຶ່ງ ທີ່​ຢືນ​ຢູ່​ຕໍ່ໜ້າ​ນາຍ​ຂອງຕົນ. ຂ້ານ້ອຍ​ຈະ​ເວົ້າ​ກັບ​ທ່ານ​ໄດ້​ຢ່າງໃດ? ຂ້ານ້ອຍ​ບໍ່ມີ​ແຮງ​ຫລື​ມີ​ລົມຫາຍໃຈ​ເຫຼືອ​ຢູ່​ເລີຍ.”


ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ແກ່​ລາວ​ຕໍ່ໜ້າ​ຢ່າງ​ຈະແຈ້ງ​ແລະ​ຢ່າງ​ບໍ່ມີ​ບັນຫາ; ລາວ​ໄດ້​ເຫັນ​ແມ່ນແຕ່​ຮູບຮ່າງ​ຂອງ​ພຣະເຈົ້າຢາເວ ເຫດໃດ​ພວກເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່ສູ້​ໂມເຊ ຜູ້ຮັບໃຊ້​ຂອງເຮົາ?”


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ ກໍໄດ້​ເຫັນ​ພຣະບິດາເຈົ້າ ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະບິດາເຈົ້າ​ແດ່ທ້ອນ?’


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະບິດາເຈົ້າ ນອກຈາກ​ຜູ້​ທີ່​ມາ​ຈາກ​ພຣະເຈົ້າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ເຫັນ​ພຣະບິດາເຈົ້າ.


ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ອະມະຕະ ແລະ​ຊົງ​ສະຖິດ​ຢູ່​ໃນ​ຄວາມ​ສະຫວ່າງ ຊຶ່ງ​ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນ​ອົງ​ທີ່​ມະນຸດ​ບໍ່ໄດ້​ເຫັນ​ຈັກເທື່ອ ແລະ​ບໍ່​ສາມາດ​ເຫັນ​ໄດ້ ພຣະ​ກຽດ​ແລະ​ຣິດທານຸພາບ​ອັນ​ຖາວອນ ຈົ່ງ​ມີ​ແກ່​ພຣະອົງ​ນັ້ນ ອາແມນ.


ຝ່າຍ​ພຣະເຈົ້າ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະອົງ​ຈັກເທື່ອ. ຖ້າ​ເຮົາ​ທັງຫລາຍ​ຮັກ​ຊຶ່ງກັນແລະກັນ ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ເຮົາ​ທັງຫລາຍ ແລະ​ຄວາມຮັກ​ຂອງ​ພຣະອົງ​ກໍ​ສົມບູນ​ໃນ​ພວກເຮົາ.


ມື​ເບື້ອງຂວາ​ຂອງ​ພຣະອົງ ຊົງ​ຖື​ດາວ​ເຈັດ​ດວງ ແລະ​ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບ​ໜ້າ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ດວງ​ຕາເວັນ​ທີ່​ສ່ອງ​ແສງກ້າ.


ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.


ໃບ​ໜ້າ​ຂອງ​ພຣະອົງ​ເປັນ​ດັ່ງ​ແກ້ວມະນີໂຊດ​ແລະ​ແກ້ວພິລາ ແລະ​ອ້ອມຮອບ​ບັນລັງ​ນັ້ນ, ມີ​ຮຸ້ງກິນນໍ້າ​ສີ​ຄ້າຍ​ຄື​ແສງ​ແກ້ວມໍຣະກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka