ອົບພະຍົບ 24:1 - ພຣະຄຳພີສັກສິ1 ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ. Uka jalj uñjjattʼäta |
ດັ່ງນັ້ນ ເພື່ອນຳພາພວກເຈົ້າ ຂ້າພະເຈົ້າຈຶ່ງໄດ້ແຕ່ງຕັ້ງບັນດາຜູ້ນຳ ທີ່ສະຫລຽວສະຫລາດແລະມີປະສົບການ ທີ່ພວກເຈົ້າໄດ້ເລືອກມາຈາກແຕ່ລະເຜົ່າຂອງພວກເຈົ້າ ແລະຂ້າພະເຈົ້າໄດ້ໃຫ້ພວກເຂົາເບິ່ງແຍງພວກເຈົ້າ. ຂ້າພະເຈົ້າໄດ້ໃຫ້ບາງຄົນຮັບຜິດຊອບພັນຄົນ, ບາງຄົນຮັບຜິດຊອບຮ້ອຍຄົນ, ບາງຄົນຮັບຜິດຊອບຫ້າສິບຄົນ ແລະບາງຄົນຮັບຜິດຊອບສິບຄົນ. ນອກຈາກນີ້ ຂ້າພະເຈົ້າໄດ້ແຕ່ງຕັ້ງເຈົ້າໜ້າທີ່ອື່ນໆຕາມເຜົ່າຕ່າງໆອີກດ້ວຍ.