9 ຢ່າຂົ່ມເຫັງຄົນຕ່າງດ້າວ; ເຈົ້າຮູ້ຄວາມຮູ້ສຶກຂອງຄົນຕ່າງດ້າວວ່າເປັນແນວໃດ ເພາະພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວມາແລ້ວຢູ່ໃນປະເທດເອຢິບ.
ພວກເຂົາຂ້າແມ່ໝ້າຍແລະລູກກຳພ້າທັງຫລາຍ ແລະຄົນຕ່າງດ້າວທີ່ຢູ່ໃນດິນແດນດ້ວຍ.
ແຕ່ຖ້າທາດຮັບໃຊ້ຜູ້ນັ້ນລອດຕາຍມາໄດ້ເຖິງວັນໜຶ່ງຫລືສອງວັນ ຜູ້ເປັນນາຍກໍບໍ່ໄດ້ຮັບໂທດ. ການສູນເສຍຊັບສົມບັດຂອງລາວ ກໍແມ່ນການລົງໂທດລາວພຽງພໍແລ້ວ.
ຈົ່ງປະຫານຊີວິດຜູ້ທີ່ຖວາຍບູຊາແກ່ພະອື່ນ ນອກຈາກພຣະເຈົ້າຢາເວ.
ຢ່າຂົ່ມເຫັງຫລືບີບບັງຄັບຄົນຕ່າງດ້າວ; ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ.
ຄົນຮັ່ງມີສໍ້ໂກງແລະປຸ້ນຈີ້. ພວກເຂົາຂົ່ມເຫັງຄົນຍາກຈົນແລະຕ່າງກໍເອົາລັດເອົາປຽບຄົນຕ່າງດ້າວ.
ໃນເມືອງບໍ່ມີຜູ້ໃດທີ່ນັບຖືພໍ່ແມ່ຂອງຕົນ. ເຈົ້າສໍ້ໂກງຄົນຕ່າງດ້າວ ແລະເອົາລັດເອົາປຽບພວກແມ່ໝ້າຍ ແລະເດັກກຳພ້າ.
ຢ່າຂົ່ມເຫັງຄົນຕ່າງດ້າວ ທີ່ອາໄສຢູ່ໃນດິນແດນຂອງພວກເຈົ້າ.
ເຈົ້າຄວນຈະສົງສານເພື່ອນຜູ້ຮັບໃຊ້ດ້ວຍກັນ ເໝືອນດັ່ງທີ່ເຮົາໄດ້ສົງສານເຈົ້າບໍ່ແມ່ນບໍ?’
ດັ່ງນັ້ນ ຈົ່ງຮັກຄົນຕ່າງດ້າວ ເພາະພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ.
ຢ່າດູໝິ່ນປະໝາດຊາວເອໂດມ ເພາະພວກເຂົາເປັນຍາດພີ່ນ້ອງຂອງພວກເຈົ້າ. ຢ່ານຳການສາບແຊ່ງມາສູ່ຊາວເອຢິບ ເພາະຄັ້ງໜຶ່ງພວກເຈົ້າເຄີຍອາໄສຢູ່ໃນດິນແດນຂອງພວກເຂົາ.
‘ຄຳສາບແຊ່ງເປັນຂອງຜູ້ໃດຜູ້ໜຶ່ງ ທີ່ຕັດສິດຂອງຄົນຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ.’ ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ, ‘ອາແມນ.’