Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 23:7 - ພຣະຄຳພີສັກສິ

7 ຢ່າ​ໃສ່​ຄຳ​ກ່າວຫາ​ຢ່າງ​ຜິດໆ ແລະ​ຢ່າ​ປະຫານ​ຊີວິດ​ຄົນ​ບໍຣິສຸດ ເພາະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ກະທຳ​ຊົ່ວ​ເຊັ່ນນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 23:7
24 Jak'a apnaqawi uñst'ayäwi  

ອັບຣາຮາມ​ຈຶ່ງ​ຫຍັບ​ເຂົ້າ​ໃກ້​ພຣະອົງ ແລະ​ຖາມ​ວ່າ, “ພຣະອົງ​ຈະ​ທຳລາຍ​ຄົນ​ຊອບທຳ​ກັບ​ຄົນ​ອະທຳ ໄປ​ພ້ອມ​ກັນ​ແທ້​ບໍ?


ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ ໃຫ້​ທຸກ​ຄວາມຊົ່ວ​ສິ້ນສູນ​ໄປ​ຈາກ​ເຮືອນ​ຂອງເຈົ້າ.


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ເດີນ​ໄປ​ໃນ​ທາງ​ຜິດ ແລະ​ດ້ວຍ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ກົດບັນຍັດ​ໃຫ້​ຂ້ານ້ອຍ​ດ້ວຍ.


ພວກເຂົາ​ວາງແຜນ​ປອງຮ້າຍ​ຕໍ່ສູ້​ຄົນດີ ລົງໂທດ​ຄົນ​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຊີວິດ.


ຢ່າ​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.


ຢ່າ​ນຳ​ເອົາ​ເລື່ອງ​ບໍ່​ຈິງ​ໄປ​ເລົ່າ​ຕໍ່ໆ​ກັນ ແລະ​ຢ່າ​ຊ່ວຍ​ຄົນ​ຜິດ​ໂດຍ​ໃຫ້​ຄຳ​ພະຍານ​ບໍ່​ຈິງ.


ເຮົາ​ຮັກສາ​ພັນທະສັນຍາ​ຂອງເຮົາ​ຕະຫລອດໄປ​ເຖິງ​ພັນ​ຊົ່ວ​ເຊັ່ນ​ຄົນ ທັງ​ຍົກຜິດ​ຍົກບາບ​ໃຫ້​ດ້ວຍ; ແຕ່​ເຮົາ​ບໍ່​ອາດ​ຈະ​ລືມ​ລົງໂທດ​ລູກຫລານ ຂອງ​ຜູ້​ທີ່​ເຮັດ​ບາບ​ຕໍ່ສູ້​ເຮົາ​ໄດ້​ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.”


ຄົນຊົ່ວຮ້າຍ​ຈະ​ຕ້ອງ​ຖືກ​ທຳລາຍ​ຢ່າງ​ແນ່ນອນ, ແຕ່​ຄົນ​ຊອບທຳ​ຈະ​ຜີກ​ໜີໄປ​ໄດ້.


ສອງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຽດຊັງ​ສໍ່າກັນ ຄື​ກ່າວໂທດ​ໃສ່​ຜູ້​ບໍ່ມີ​ຄວາມຜິດ ແລະ​ປ່ອຍ​ຄົນຜິດ​ໃຫ້​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ.


ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ໄດ້ ຖ້າ​ພວກເຈົ້າ​ເວົ້າ ແລະ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ. ຢ່າ​ໃຊ້​ອຳນາດ​ຂອງ​ພວກເຈົ້າ​ສໍ້ໂກງ​ຄົນ​ຍາກຈົນ ແລະ​ຢ່າ​ຮັບ​ສິນຈ້າງ​ລາງວັນ. ຢ່າ​ຮ່ວມ​ກັບ​ຜູ້​ທີ່​ວາງແຜນ​ຂ້າ​ຄົນ​ຫລື​ກະທຳ​ສິ່ງ​ທີ່​ຊົ່ວຮ້າຍ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເອີ້ນ​ສິ່ງ​ທີ່​ດີ​ວ່າ​ເປັນ​ສິ່ງ​ທີ່​ຊົ່ວ ແລະ​ເອີ້ນ​ສິ່ງ​ທີ່​ຊົ່ວ​ວ່າ​ເປັນ​ສິ່ງ​ທີ່​ດີ. ພວກເຈົ້າ​ປ່ຽນ​ມືດ​ເປັນ​ແຈ້ງ ແລະ​ແຈ້ງ​ເປັນ​ມືດ. ພວກເຈົ້າ​ເຮັດ​ສິ່ງ​ທີ່​ຂົມ​ໃຫ້​ເປັນ​ຫວານ ແລະ​ສິ່ງ​ທີ່​ຫວານ​ໃຫ້​ເປັນ​ຂົມ.


ຢ່າ​ລັກ, ຢ່າ​ຕົວະ, ຢ່າ​ຫລອກລວງ​ກັນແລະກັນ.


ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ບໍ່​ຮ້າຍ​ງ່າຍ ແຕ່​ຊົງຣິດ​ເຫລືອຫລາຍ ພຣະອົງ​ບໍ່ເຄີຍ​ປ່ອຍ​ຄົນຜິດ​ໜີໄປ​ຢ່າງ​ບໍ່ໄດ້​ຮັບ​ໂທດ. ບ່ອນ​ທີ່​ພຣະເຈົ້າຢາເວ​ຍ່າງຍ້າຍ​ລົມພະຍຸ​ກໍ​ໂຜ່​ຂຶ້ນ​ມາ ເມກໝອກ​ເປັນ​ຂີ້ຝຸ່ນ​ດິນ​ມີ​ຄວັນ​ທີ່​ຕີນ​ພຣະອົງ


ພວກ​ທະຫານ​ກໍ​ຖາມ​ເພິ່ນ​ເໝືອນກັນ​ວ່າ, “ພວກ​ຂ້ານ້ອຍ​ເດ ຈະ​ເຮັດ​ຢ່າງ​ໃດ?” ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ຂົ່ມເຫັງ ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ, ແຕ່​ຈົ່ງ​ພໍໃຈ​ໃນ​ຄ່າຈ້າງ​ຂອງຕົນ.”


ດ້ວຍວ່າ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ກໍ​ຊົງ​ປາກົດ​ໃຫ້​ເຫັນ​ຈາກ​ສະຫວັນ ຕໍ່ສູ້​ການ​ບໍ່​ນັບຖື​ພຣະເຈົ້າ ແລະ​ຄວາມ​ຄິດ​ຮ້າຍ​ທຸກຢ່າງ​ຂອງ​ມະນຸດ ຄື​ຄົນ​ເຫຼົ່ານັ້ນ​ທີ່​ເອົາ​ຄວາມ​ຊົ່ວຮ້າຍ​ມາ​ຂັດຂວາງ​ຄວາມຈິງ.


ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.


“ຖ້າ​ວ່າ​ຄົນ​ອິດສະຣາເອນ​ເປັນຄວາມກັນ​ຈົນເຖິງ​ສານ ແລະ​ສານ​ຕັດສິນ​ວ່າ​ຝ່າຍ​ໜຶ່ງ​ຖືກ​ແລະ​ອີກ​ຝ່າຍ​ໜຶ່ງ​ຜິດ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຮັບ​ຈ້າງ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ແລະ​ຈົ່ງ​ລະເວັ້ນ​ຈາກ​ຄວາມຊົ່ວ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka