Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 23:3 - ພຣະຄຳພີສັກສິ

3 ຢ່າ​ເຂົ້າຂ້າງ​ຄະດີ​ຂອງ​ຄົນ​ໃດ ແມ່ນແຕ່​ຄົນ​ຍາກຈົນ​ກໍຕາມ.

Uka jalj uñjjattʼäta Copia luraña




ອົບພະຍົບ 23:3
10 Jak'a apnaqawi uñst'ayäwi  

ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ຍາກຈົນ ເມື່ອ​ມີ​ການ​ສືບສວນ​ໃນ​ສານ.


ເຂົ້າຂ້າງ​ຄົນຜິດ​ແລະ​ບິດເບືອນ​ຄວາມ​ຍຸດຕິທຳ​ເປັນ​ການ​ບໍ່​ຖືກຕ້ອງ.


ຢ່າ​ເອົາ​ປຽບ​ຄົນທຸກ​ຍ້ອນ​ວ່າ​ເຈົ້າ​ໄດ້​ປຽບ​ພວກເຂົາ ຢ່າ​ເອົາ​ປຽບ​ຄົນ​ທີ່​ຖືກ​ນຳ​ຂຶ້ນ​ສານ​ໂດຍ​ບໍ່ມີ​ທາງ​ສູ້.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເຮັດ​ກົດໝາຍ​ອັນ​ບໍ່​ຍຸດຕິທຳ​ເພື່ອ​ກົດຂີ່​ປະຊາຊົນ​ຂອງເຮົາ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.


ເຮົາ​ຮູ້​ວ່າ​ການບາບ​ຂອງ​ພວກເຈົ້າ​ຮ້າຍແຮງ​ສໍ່າໃດ ແລະ​ພວກເຈົ້າ​ໄດ້​ກໍ່​ອາຊະຍາກຳ​ໄວ້​ຫລາຍ​ເທົ່າໃດ. ພວກເຈົ້າ​ບຽດບຽນ​ຄົນດີ, ຮັບ​ເງິນ​ສິນບົນ, ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ຍາກຈົນ​ໃນ​ສານ.


ຢ່າ​ໄດ້​ເຂົ້າຂ້າງ​ອອກຂາ ຈົ່ງ​ຕັດສິນ​ແຕ່ລະຄົນ​ດ້ວຍ​ຫລັກເກນ​ຢ່າງ​ດຽວກັນ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ໃຜ​ກໍຕາມ. ຢ່າ​ຢ້ານ​ຜູ້ໃດ​ຜູ້ໜຶ່ງ​ເລີຍ ເພາະ​ການ​ຕັດສິນ​ທີ່​ພວກເຈົ້າ​ເຮັດ​ລົງ​ໄປ​ນັ້ນ​ແມ່ນ​ມາ​ຈາກ​ພຣະເຈົ້າ. ຖ້າ​ພວກເຈົ້າ​ມີ​ຄະດີ​ໃດໆ ທີ່​ຍາກ​ເກີນ​ກວ່າ​ຈະ​ຕັດສິນ​ໄດ້ ໃຫ້​ນຳ​ຄະດີ​ນັ້ນ​ມາ​ແຈ້ງ​ຕໍ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ຕັດສິນ​ເອງ.’


ຢ່າ​ໃຫ້​ພວກເຂົາ​ຕັດສິນ​ແບບ​ເຂົ້າຂ້າງ​ອອກຂາ ແລະ​ຢ່າ​ຮັບ​ສິນຈ້າງ​ໃດໆ. ດ້ວຍວ່າ, ສິນຈ້າງ​ອັດຫູ​ບັງຕາ​ຄົນ​ສະຫລາດ​ແລະ​ຄົນ​ສັດຊື່ ແລະ​ພາ​ໃຫ້​ພວກເຂົາ​ຕັດສິນ​ຄວາມ​ຜິດພາດ​ໄດ້.


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka