26 ໃນດິນແດນຂອງພວກເຈົ້າຈະບໍ່ມີແມ່ຍິງຫລຸລູກຫລືເປັນໝັນ. ເຮົາຈະໃຫ້ພວກເຈົ້າມີຊີວິດຍືນຍາວ.
ຈາກນັ້ນ ອັບຣາຮາມກໍໄດ້ສິ້ນລົມຫາຍໃຈ ແລະໄດ້ຕາຍໄປໃນຂະນະທີ່ມີອາຍຸສູງ ເປັນຜູ້ເຖົ້າທີ່ມີອາຍຸໝັ້ນຍືນ ແລະໄດ້ຖືກຮວບຮວມໄວ້ກັບຄົນທັງຫລາຍຂອງຕົນ.
ເພິ່ນໄດ້ຕາຍໄປເມື່ອອາຍຸສູງຫລາຍ; ຢາໂຄບ ແລະເອຊາວລູກຊາຍຂອງເພິ່ນເອງ ເປັນຜູ້ຝັງສົບເພິ່ນໄວ້.
ເມື່ອກະສັດດາວິດໄດ້ແກ່ຊະຣາຫລາຍແລ້ວ ເພິ່ນໄດ້ແຕ່ງຕັ້ງໂຊໂລໂມນລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນແທນເພິ່ນ.
ທຸກເທື່ອທີ່ງົວເຖິກຖືເຊີງນັ້ນ ກໍຕັ້ງທ້ອງທຸກໂຕ ແລະເກີດລູກອອກມາຢ່າງບໍ່ຫລຸຫລອດຈັກໂຕດ້ວຍ.
ແລ້ວເພິ່ນກໍໄດ້ຕາຍໄປ ເມື່ອເຖົ້າແກ່ຫລາຍທີ່ສຸດ.
ເໝືອນດັ່ງເຂົ້າສຸກແລ້ວ ລໍເຖິງລະດູກ່ຽວ ເຈົ້າຈະມີອາຍຸຍືນໝັ້ນຈົນແກ່ຊະຣາ.
ພຣະອົງອວຍພອນຄົນຂອງພຣະອົງໃຫ້ມີຫລາຍ ແລະຮັກສາຝູງສັດຂອງພວກເຂົາບໍ່ໃຫ້ຫລຸດໜ້ອຍ.
ຂໍໃຫ້ເລົ້າເຕັມໄປດ້ວຍພືດຜົນນາໆຊະນິດ ຂໍໃຫ້ຝູງແກະອອກລູກໄດ້ເປັນພັນໆຕາມທົ່ງເຖີດ.
ຂ້າແດ່ພຣະເຈົ້າ ພຣະອົງຈະນຳຜູ້ທີ່ຂ້າຄົນແລະຄົນຂີ້ຕົວະ ໃຫ້ເຂົ້າໄປສູ່ຂຸມຝັງສົບພຸ້ນ ກ່ອນທີ່ອາຍຸເຄິ່ງໜຶ່ງຂອງພວກເຂົາໝົດໄປ ສ່ວນຂ້ານ້ອຍໄວ້ວາງໃຈໃນພຣະອົງ.
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ພວກແອນ້ອຍຈະບໍ່ຕາຍຕັ້ງແຕ່ຕອນເກີດໃໝ່ອີກຕໍ່ໄປ ແລະປະຊາຊົນທັງໝົດຈະມີອາຍຸໝັ້ນຍືນຫລາຍ. ຄົນທີ່ມີຊີວິດຮ້ອຍປີກໍນັບວ່າຍັງໜຸ່ມຢູ່. ຄົນຕາຍກ່ອນນັ້ນ ເປັນສັນຍານບອກວ່າ, ຖືກເຮົາລົງໂທດເຂົາ.
ຂ້ານ້ອຍຈະຮ້ອງຂໍໃຫ້ພຣະອົງເຮັດຢ່າງໃດກັບປະຊາຊົນພວກນີ້? ຂໍພຣະອົງເຮັດໃຫ້ພວກຜູ້ຍິງເປັນໝັນສາ ຂໍເຮັດໃຫ້ແອນ້ອຍຂອງພວກເຂົາ ກິນນົມຂອງພວກເຂົາບໍ່ໄດ້.
ພຣະອົງຈະອວຍພອນພວກເຈົ້າໃຫ້ມີລູກຫລານຫລາຍ, ມີພືດຜົນອຸດົມສົມບູນ ແລະມີຝູງງົວແລະຝູງແກະເຕັມຄອກ.
ຈົ່ງປະຕິບັດຕາມກົດບັນຍັດແລະຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ແລະພວກເຈົ້າພ້ອມລູກຫລານກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະສືບຕໍ່ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້ານີ້ຕະຫລອດໄປ.”
ບໍ່ມີຊົນຊາດໃດໃນໂລກນີ້ ຈະໄດ້ຮັບພອນຢ່າງຫລວງຫລາຍເໝືອນດັ່ງພວກເຈົ້າ. ບໍ່ມີຄົນໃດແລະສັດໂຕໃດໃນທ່າມກາງພວກເຈົ້າຈະເປັນໝັນ.