ອົບພະຍົບ 23:25 - ພຣະຄຳພີສັກສິ25 ຖ້າພວກເຈົ້ານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ເຮົາກໍຈະອວຍພອນພວກເຈົ້າ ບໍຣິບູນໄປດ້ວຍອາຫານການກິນແລະນໍ້າດື່ມ ທັງຈະບັນດານໃຫ້ພວກເຈົ້າພົ້ນຈາກຄວາມເຈັບໄຂ້ໄດ້ປ່ວຍທຸກຊະນິດ. Uka jalj uñjjattʼäta |
ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.”
ຈົ່ງນຳໜຶ່ງສ່ວນສິບເຕັມຈຳນວນມາທີ່ວິຫານຂອງເຮົາ ເພື່ອວ່າໃນທີ່ນັ້ນຈະມີອາຫານຢ່າງເຕັມບໍຣິບູນ. ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ແລະພວກເຈົ້າຈະເຫັນວ່າ ເຮົາຈະໄຂປະຕູສະຫວັນ ແລະຖອກເທພຣະພອນນາໆຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ.
ພຣະອົງຈະຮັກພວກເຈົ້າແລະຈະອວຍພອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຈຳນວນຄົນຫລາຍຂຶ້ນແລະມີລູກຫລານຫລາຍ ພຣະອົງຈະອວຍພອນໄຮ່ນາຮົ້ວສວນຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະມີເຂົ້າ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ ແລະພຣະອົງຈະອວຍພອນພວກເຈົ້າ ໃຫ້ມີງົວແລະແກະຢ່າງຫລວງຫລາຍ. ພຣະອົງຈະໃຫ້ພວກເຈົ້າໄດ້ຮັບພອນທັງໝົດເຫຼົ່ານີ້ໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ.
ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້ກັບພວກເຈົ້າຄື: ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງປະຕິບັດຕາມຄວາມປະສົງຂອງພຣະອົງ, ຈົ່ງເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ, ຈົ່ງສັດຊື່ຕໍ່ພຣະອົງ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະດ້ວຍສຸດຈິດ ຂອງພວກເຈົ້າ.”
ຊາມູເອນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ຖ້າພວກເຈົ້າກັບຄືນມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າ ພວກເຈົ້າຈະຕ້ອງກຳຈັດບັນດາພະຂອງຊາວຕ່າງຊາດ ແລະຮູບຂອງເຈົ້າແມ່ອັດສະຕາກ. ຈົ່ງອຸທິດພວກເຈົ້າເອງແກ່ພຣະເຈົ້າຢາເວດ້ວຍສຸດໃຈແລະຮັບໃຊ້ແຕ່ພຣະອົງເທົ່ານັ້ນ ແລະພຣະອົງກໍຈະຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.”