22 ແຕ່ຖ້າພວກເຈົ້າເຊື່ອຟັງເທວະດານັ້ນ ແລະເຮັດຕາມທຸກໆສິ່ງທີ່ເຮົາໄດ້ສັ່ງໄວ້ ເຮົາຈະຕໍ່ສູ້ສັດຕູທັງຫລາຍຂອງພວກເຈົ້າ.
ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ, ແຕ່ເຮົາຈະສາບແຊ່ງຜູ້ທີ່ສາບແຊ່ງເຈົ້າ ແລະໂດຍຜ່ານທາງເຈົ້າ ເຮົາຈະອວຍພອນຊົນຊາດທັງປວງ.”
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຕໍ່ຕ້ານຜູ້ທີ່ຂັດຂວາງຂ້ານ້ອຍເຖີດ ໂຜດຕໍ່ສູ້ພວກທີ່ຕໍ່ສູ້ຂ້ານ້ອຍນັ້ນ
ຂ້າແດ່ພຣະເຈົ້າຢາເວ ພວກເຂົາເສຍຂວັນແລະຢ້ານກົວໃຫຍ່ ເມື່ອພວກເຂົາເຫັນພຣະເດຊານຸພາບ; ພວກເຂົາຢືນຢ່າງສິ້ນທ່າດ້ວຍຄວາມຢ້ານກົວ ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປໄດ້; ຄືປະຊາຊົນທີ່ພຣະອົງປົດປ່ອຍໃຫ້ມີອິດສະຫລະເສລີ ຈາກການເປັນທາດຮັບໃຊ້.
ເຮົາຈະໃຫ້ອຳນາດດັ່ງເດີມໃໝ່ແກ່ຊົນຊາດນີ້ເດີ ເຮົາຈະລົງໂທດແກ່ທຸກຄົນທີ່ກົດຂີ່ພວກເຂົາ.
ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າພ້ອມນຳຖ້ອຍຄຳນີ້ໄປບອກຊົນຊາດຕ່າງໆ ທີ່ໄດ້ປຸ້ນຈີ້ປະຊາຊົນຂອງພຣະອົງວ່າ,
ພຣະເຈົ້າໄດ້ນຳພວກເຂົາອອກ ມາຈາກປະເທດເອຢິບ ພຣະອົງສູ້ຮົບຕາງພວກເຂົາລຽນຕິດ ດັ່ງກຳລັງຂອງຄວາຍປ່າ ພວກເຂົາໄດ້ເຂັ່ນຂ້າ ເຫຼົ່າສັດຕູຂອງພວກເຂົາ ທັງຫັກກະດູກກັບລູກທະນູ ໃຫ້ໝຸ່ນທະລາຍຈົນກ້ຽງ.
ປະຊາຊົນຊາດນີ້ ເປັນດັ່ງໂຕສິງທີ່ມີອຳນາດຍິ່ງ; ເມື່ອມັນພວມນອນຢູ່ນັ້ນ ບໍ່ມີໃຜກ້າປຸກມັນຂຶ້ນມາ. ຜູ້ໃດອວຍພອນຊາດອິດສະຣາເອນນັ້ນ ຜູ້ນັ້ນຈະໄດ້ຮັບຄຳອວຍພອນຄືນ ແລະຜູ້ໃດສາບແຊ່ງຊາດອິດສະຣາເອນ ຜູ້ນັ້ນຈະໄດ້ຖືກສາບແຊ່ງຕອບ.”
“ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຕິບັດຢ່າງສັດຊື່ຕາມພຣະຄຳສັ່ງທຸກຂໍ້ ທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າວັນນີ້; ພຣະອົງຈະບັນດານໃຫ້ພວກເຈົ້າເປັນໃຫຍ່ກວ່າຊົນຊາດອື່ນໆເທິງແຜ່ນດິນໂລກ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຫັນເອົາຄຳສາບແຊ່ງເຫຼົ່ານີ້ທັງໝົດໄປສູ່ເຫຼົ່າສັດຕູຂອງພວກເຈົ້າ ຜູ້ທີ່ກຽດຊັງແລະກົດຂີ່ຂົ່ມເຫັງພວກເຈົ້າ,
ພຣະເຈົ້າຈະເຮັດສິ່ງທີ່ຍຸດຕິທຳ ຄືພຣະອົງຈະນຳເອົາຄວາມທົນທຸກໄປສູ່ຜູ້ທີ່ເຮັດໃຫ້ພວກເຈົ້າຖືກທົນທຸກ,
ແຕ່ຊາວອິດສະຣາເອນໄດ້ເວົ້າຕໍ່ຄົນຮີວີວ່າ, “ພວກເຈົ້າອາດຈະຢູ່ໃກ້ກັບພວກເຮົານີ້ກໍໄດ້ ດ້ວຍເຫດໃດພວກເຮົາຈຶ່ງຈະເຮັດຂໍ້ຕົກລົງກັບພວກເຈົ້າ?”