Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 23:21 - ພຣະຄຳພີສັກສິ

21 ຈົ່ງ​ເອົາໃຈໃສ່ ແລະ​ເຊື່ອຟັງ​ເທວະດາ. ຢ່າ​ຂັດຂືນ ເພາະ​ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ສັ່ງ​ເທວະດາ​ນັ້ນ ແລະ​ເພິ່ນ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ການ​ຂັດຂືນ​ໃດໆ​ທັງ​ສິ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 23:21
41 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.


ແຕ່​ພວກເຂົາ​ໄດ້​ພາກັນ​ທົດລອງ​ພຣະເຈົ້າ​ອົງ​ຊົງ​ຣິດທານຸພາບ​ສູງສຸດ. ແລະ​ກະບົດ​ຕໍ່ສູ້​ພຣະອົງ.


ຈົ່ງ​ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມຊື່​ເປັນ​ພຣະເຈົ້າຢາເວ​ພຽງແຕ່​ອົງດຽວ ເປັນ​ຜູ້ປົກຄອງ​ສູງສຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້.


ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາເປັນ​ຜູ້​ເຮົາເປັນ ເຈົ້າ​ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້: ‘ຜູ້​ທີ່​ເອີ້ນ​ຊື່​ວ່າ ເຮົາເປັນ’ ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ.”


ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”


ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໃນ​ຖານະ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ແຕ່​ເຮົາ​ບໍ່ໄດ້​ສຳແດງ​ເຮົາ​ເອງ ໃຫ້​ພວກເຂົາ​ຮູ້ຈັກ​ນາມຊື່​ອັນ​ສັກສິດ​ຂອງເຮົາ​ຄື ພຣະເຈົ້າຢາເວ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.


ເຮົາ​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ວ່າ​ທຸກໆ​ຄົນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ແຜ່ນດິນ​ໂລກ ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ຮູ້​ວ່າ​ໃນ​ໂລກນີ້​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ເກີບ​ທຸກ​ຄູ່​ທັງ​ເສື້ອ​ທີ່​ເປິເປື້ອນ​ດ້ວຍ​ເລືອດ​ທຸກ​ໂຕ ຂອງ​ສັດຕູ​ທີ່​ຮຸກຮານ​ຈະ​ຖືກ​ເຜົາ​ໄຟ​ທັງສິ້ນ.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?


ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ໄດ້ກ່າວ​ວ່າ ເຮົາ​ຈະ​ເຮັດ​ເຊັ່ນນີ້​ຕໍ່​ຄົນ​ຢ່າງ​ພວກເຈົ້າ ທີ່​ຮ່ວມ​ຫົວ​ກັນ​ຕໍ່ສູ້​ເຮົາ. ພວກເຈົ້າ​ແຕ່ລະຄົນ​ຈະ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”’


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”


ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ລາວ​ຈະ​ກ່າວ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ ຈະ​ລົງໂທດ​ຜູ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ລາວ.


ຢ່າ​ລືມ​ຈັກເທື່ອ​ວ່າ ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໂກດຮ້າຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢ່າງ​ໃດ. ຕັ້ງແຕ່​ມື້​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຖິງ​ມື້​ທີ່​ພວກເຈົ້າ​ມາ​ຮອດ​ທີ່​ນີ້ ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.


ດ້ວຍວ່າ ສະພາບ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ໃນ​ພຣະກາຍ​ຢ່າງ​ເຕັມ​ບໍລິບູນ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ດັ່ງນັ້ນ ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ​ແລ້ວ ແຕ່​ຍັງ​ກະບົດ ບໍ່ແມ່ນ​ທຸກຄົນ​ທີ່​ໂມເຊ​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ຫລື?


ໂຢຊວຍ​ໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ແຕ່​ພວກເຈົ້າ​ບໍ່​ອາດ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ໄດ້​ດອກ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ບໍຣິສຸດ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຫວງແຫນ ແລະ​ພຣະອົງ​ຈະ​ບໍ່​ອະໄພ​ການລະເມີດ ຫຼື​ການບາບ​ຂອງ​ພວກເຈົ້າ.


ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ​ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ຊະມີນາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ ທີ່​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ແລະ​ຜູ້​ທີ່​ໄດ້​ເປັນ​ຄືນ​ມາ​ອີກ ຊົງ​ກ່າວ​ດັ່ງນີ້:


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຢາກ​ຮູ້​ຊື່​ຂອງເຮົາ? ເພາະ​ຊື່​ຂອງເຮົາ​ເປັນ​ຊື່​ແຫ່ງ​ການ​ອັດສະຈັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka