19 ຈົ່ງນຳພືດຜົນທີ່ດີເລີດ ຊຶ່ງໄດ້ເກັບກ່ຽວຄັ້ງແຮກ ມາທີ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະ ຫລືລູກແບ້ດ້ວຍນໍ້ານົມແມ່ຂອງມັນ.
ແຕ່ລະປີໃດ ພວກຂ້ານ້ອຍຈະນຳພືດຜົນເປັນເມັດທີ່ໄດ້ເກັບກ່ຽວເທື່ອທຳອິດ ແລະໝາກໄມ້ທີ່ສຸກເທື່ອທຳອິດຈາກຕົ້ນມາທີ່ວິຫານຂອງພຣະເຈົ້າຢາເວ.
ລູກຊາຍກົກແຕ່ລະຄົນຂອງພວກຂ້ານ້ອຍ ຈະຕ້ອງຖືກນຳໄປຫາປະໂຣຫິດທີ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ແລະຖວາຍລາວແກ່ພຣະເຈົ້າຢູ່ໃນທີ່ນັ້ນ ຕາມທີ່ກົດບັນຍັດໄດ້ຂຽນໄວ້. ພວກຂ້ານ້ອຍຍັງຈະຖວາຍລູກກົກຂອງງົວເຖິກ, ຂອງງົວແມ່ແຕ່ລະໂຕ ແລະລູກກົກຂອງແກະເຖິກ ຫລືລູກແກະ ຫລືລູກແບ້ແຕ່ລະໂຕດ້ວຍ.
ຢ່າດ່າວ່າພຣະເຈົ້າ ແລະຢ່າສາບແຊ່ງຜູ້ນຳຊົນຊາດຂອງພວກເຈົ້າ.
ຈົ່ງນຳພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ຕ້ອງຖວາຍຕາມກຳນົດນັ້ນມາຖວາຍແກ່ເຮົາ. ຈົ່ງຖວາຍລູກຊາຍກົກຂອງພວກເຈົ້າແກ່ເຮົາ.
ຈົ່ງນຳພືດຜົນທີ່ດີເລີດຊຶ່ງເກັບກ່ຽວແຕ່ລະຫົວປີ ມາທີ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະຫລືລູກແບ້ດ້ວຍນໍ້ານົມແມ່ຂອງມັນ.”
ຄົນດີເປັນຫ່ວງນຳຝູງສັດຂອງຕົນ, ແຕ່ຄົນຊົ່ວຊ້າຊໍ້າໂຫດຮ້າຍຕໍ່ຝູງສັດ.
ຈົ່ງຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ ດ້ວຍຊັບສິນຂອງຕົນ ດ້ວຍຜົນທໍາອິດອັນດີທີ່ສຸດຈາກຜົນລະປູກທັງໝົດຂອງເຈົ້າ.
ສາສະໜາຂອງຄົນເຫຼົ່ານີ້ໄຮ້ປະໂຫຍດໝົດ ພວກເຂົາປໍ້າກົກໄມ້ໃນປ່າ ຊ່າງກໍແກະສະຫລັກທ່ອນໄມ້
ພວກປະໂຣຫິດຈະໄດ້ຮັບພືດຜົນດີທີ່ສຸດໃນລະດູເກັບກ່ຽວຄັ້ງທຳອິດ ແລະສິ່ງອື່ນໆທຸກຢ່າງທີ່ໄດ້ຖວາຍແກ່ເຮົາ. ທຸກເທື່ອທີ່ປະຊາຊົນເຮັດເຂົ້າຈີ່ ພວກເຂົາຕ້ອງເອົາເຂົ້າຈີ່ກ້ອນທຳອິດໃຫ້ປະໂຣຫິດເປັນເຄື່ອງຖວາຍ ແລະພຣະພອນຂອງເຮົາກໍຈະດຳລົງຢູ່ໃນຄອບຄົວຂອງພວກເຂົາເຈົ້າ.
ພວກເລວີຈະໄດ້ຮັບບໍລິເວນພິເສດຄືກັນ ຢູ່ທາງຕອນໃຕ້ຂອງພວກປະໂຣຫິດ. ດິນແດນນັ້ນໃຫ້ຍາວສິບສອງກິໂລແມັດເຄິ່ງ ແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ ແລະໃຫ້ກວ້າງຫ້າກິໂລແມັດຈາກດ້ານເໜືອຫາດ້ານໃຕ້.
ບໍລິເວນທີ່ໄດ້ຖືກອຸທິດຖວາຍແກ່ພຣະເຈົ້າຢາເວແລ້ວ ແມ່ນສ່ວນທີ່ສັກສິດໃນດິນແດນທັງໝົດ; ບໍ່ໃຫ້ຂາຍ ຫລືແລກປ່ຽນ, ຫລືປ່ຽນກຳມະສິດໃຫ້ຜູ້ໜຶ່ງຜູ້ໃດເປັນເດັດຂາດ.
ຈົ່ງຖວາຍເຂົ້າຈີ່ທີ່ເຮັດນັ້ນ ເປັນຂອງຖວາຍພິເສດຖວາຍແກ່ພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ.
ແຕ່ທີ່ຈິງ ພຣະຄຣິດໄດ້ຊົງຖືກບັນດານໃຫ້ຄືນພຣະຊົນແລ້ວ ແລະຊົງເປັນຜົນແລກໃນພວກຄົນທີ່ລ່ວງລັບໄປແລ້ວນັ້ນ.
ຢ່າກິນສັດໃດໆທີ່ຕາຍເອງ. ພວກເຈົ້າອາດຈະເອົາໃຫ້ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າກິນໄດ້ ຫລືຂາຍໃຫ້ຄົນຕ່າງດ້າວພວກອື່ນໆໄດ້. ສ່ວນພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າຕົ້ມຊີ້ນລູກແກະຫລືລູກແບ້ດ້ວຍນໍ້ານົມຂອງແມ່ມັນ.”
ສະນັ້ນ ບັດນີ້ ຂ້ານ້ອຍຈຶ່ງນຳພືດຜົນທຳອິດທີ່ພຣະເຈົ້າຢາເວໄດ້ໂຜດໃຫ້ນັ້ນມາຖວາຍແດ່ພຣະອົງ.’ ແລ້ວພວກເຈົ້າຈົ່ງປົງກະຕ່າລົງຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະກົ້ມຂາບລົງຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ນັ້ນ.
ຈົ່ງໃຫ້ແຕ່ລະຄົນໃນພວກເຈົ້າເອົາຜົນລະປູກແຕ່ລະຊະນິດທີ່ເກັບກ່ຽວມາຈາກດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຈົ່ງເອົາຜົນທຳອິດໃສ່ກະຕ່າ ແລະໄປໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກໄວ້ໃຫ້ນາມຊື່ຂອງພຣະອົງຕັ້ງຢູ່.
ຄົນເຫຼົ່ານີ້ ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວໝອງກັບແມ່ຍິງ ເພາະພວກເຂົາເປັນພວກພົມມະຈາຣີ. ພຣະເມສານ້ອຍສະເດັດໄປທາງໃດ ແມ່ນຄົນເຫຼົ່ານີ້ ທີ່ຕາມສະເດັດໄປ. ພວກເພິ່ນໄດ້ຖືກຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນທໍາອິດຖວາຍແດ່ພຣະເຈົ້າ ແລະພຣະເມສານ້ອຍ.