ອົບພະຍົບ 23:12 - ພຣະຄຳພີສັກສິ12 ຈົ່ງເຮັດວຽກຫົກວັນຕໍ່ອາທິດ ແລະຢ່າເຮັດວຽກໃນວັນທີເຈັດ ເພື່ອວ່າຄົນຮັບໃຊ້ ແລະຄົນຕ່າງດ້າວທີ່ເຮັດວຽກໃຫ້ເຈົ້າ ຕະຫລອດທັງສັດຂອງເຈົ້າຈະໄດ້ພັກຜ່ອນ. Uka jalj uñjjattʼäta |
ປະຊາຊົນຖາມວ່າ, “ເປັນຫຍັງພວກເຮົາຈຶ່ງຕ້ອງຖືສິນອົດອາຫານ ໃນເມື່ອພຣະອົງບໍ່ໄດ້ສັງເກດເຫັນ? ເປັນຫຍັງພວກເຮົາຈຶ່ງຕ້ອງອົດບໍ່ກິນເຂົ້າ ໃນເມື່ອພຣະອົງບໍ່ໄດ້ເອົາໃຈໃສ່?” ອົງພຣະຜູ້ເປັນເຈົ້າກ່າວແກ່ພວກເຂົາວ່າ, “ຄວາມຈິງກໍຄືວ່າໃນເວລາທີ່ພວກເຈົ້າຖືສິນອົດອາຫານນັ້ນ ພວກເຈົ້າເຫັນແກ່ໄດ້ ແລະກົດຂີ່ຄົນງານຂອງພວກເຈົ້າ.