Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 23:11 - ພຣະຄຳພີສັກສິ

11 ແຕ່​ໃນ​ປີ​ທີ​ເຈັດ ຈົ່ງ​ປະ​ໃຫ້​ນາ​ນັ້ນ​ວ່າງ​ເປົ່າ ແລະ​ຢ່າ​ເກັບກ່ຽວ​ຫຍັງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ. ຄົນ​ຍາກຈົນ​ອາດ​ເກັບ​ກິນ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ​ໄດ້ ແລະ​ສັດປ່າ​ທັງຫລາຍ​ອາດ​ກິນ​ສິ່ງ​ທີ່​ເຫຼືອ​ນັ້ນ​ໄດ້. ຈົ່ງ​ເຮັດ​ຢ່າງ​ດຽວກັນ​ສຳລັບ​ສວນອະງຸ່ນ ແລະ​ສວນ​ໝາກກອກເທດ​ຂອງເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 23:11
11 Jak'a apnaqawi uñst'ayäwi  

ຖ້າ​ຄົນຕ່າງຊາດ​ນຳ​ເຂົ້າ ຫລື​ສິ່ງຂອງ​ໃດໆ ມາ​ຂາຍ​ໃຫ້​ພວກ​ຂ້ານ້ອຍ​ໃນ​ວັນ​ຊະບາໂຕ ຫລື​ໃນ​ວັນ​ສັກສິດ​ອື່ນໆ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່​ຊື້​ນຳ​ພວກເຂົາ. ທຸກໆ​ເຈັດ​ປີ​ໃດ​ພວກ​ຂ້ານ້ອຍ​ຈະ​ບໍ່​ເຮັດ​ໄຮ່​ໄຖ​ນາ ແລະ​ຈະ​ຍົກໜີ້​ທັງໝົດ​ໃຫ້​ແກ່​ຜູ້​ທີ່​ກູ້ຢືມ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ບໍລິຈາກ​ເງິນ​ຈຳນວນ​ຫ້າ​ກຼາມ ສຳລັບ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ຈົ່ງ​ຫວ່ານ​ພືດ ແລະ​ເກັບກ່ຽວ​ຜົນລະປູກ​ໃນ​ນາ​ຂອງ​ເຈົ້າ​ຕະຫລອດ​ຫົກ​ປີ.


ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.


ແຕ່​ບາງຄົນ​ອາດ​ຈະ​ຖາມ​ວ່າ, ‘ຈະ​ມີ​ຫຍັງ​ກິນ​ໃນ​ປີ​ທີ​ເຈັດ ໃນ​ເມື່ອ​ບໍ່ໄດ້​ຂຸດຄົ້ນ​ທີ່ດິນ ແລະ​ບໍ່ໄດ້​ເກັບກ່ຽວ​ພືດຜົນ.’


ເມື່ອ​ພວກເຈົ້າ​ປູກຝັງ​ໃນ​ໄຮ່ນາ​ໃນ​ປີ​ທີ​ແປດ ພວກເຈົ້າ​ຍັງ​ຈະ​ກິນ​ສິ່ງ​ທີ່​ເກັບກ່ຽວ​ໄດ້​ຈາກ​ຜົນລະປູກ​ໃນ​ປີ​ທີ​ຫົກ​ນັ້ນ​ຢູ່ ແລະ​ພວກເຈົ້າ​ຍັງ​ຈະ​ມີ​ກິນ​ພຽງພໍ​ຈົນເຖິງ​ລະດູ​ເກັບກ່ຽວ​ຜົນລະປູກ​ໃນ​ປີ​ທີ​ເກົ້າ.”


ທ່ານ​ບໍ່ໄດ້​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ຫລື​ມອບ​ໄຮ່​ນາ​ແລະ​ສວນອະງຸ່ນ​ໃຫ້​ພວກເຮົາ​ເປັນ​ກຳມະສິດ ແລະ​ບັດນີ້ ທ່ານ​ກຳລັງ​ພະຍາຍາມ​ຫລອກລວງ​ພວກເຮົາ​ອີກ. ພວກເຮົາ​ບໍ່​ໄປ​ດອກ.”


ຄົນ​ຍາກຈົນ​ກັບ​ຄົນ​ຂັດສົນ​ຈະ​ມີ​ຢູ່​ບໍ່​ຂາດ​ໃນ​ດິນແດນ​ຂອງ​ພວກເຈົ້າ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ມີ​ຈິດໃຈ​ກວ້າງຂວາງ​ຕໍ່​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka