Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:9 - ພຣະຄຳພີສັກສິ

9 ໃນ​ທຸກໆ​ກໍລະນີ ທີ່​ມີ​ການ​ຜິດຖຽງ​ກັນ​ກ່ຽວກັບ​ເລື່ອງ​ຊັບສົມບັດ, ບໍ່​ວ່າ​ແມ່ນ​ງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື​ສິ່ງຂອງ​ໃດໆ​ທີ່​ເສຍ​ໄປ, ຕ້ອງ​ນຳ​ທັງສອງ​ຝ່າຍ​ທີ່​ອ້າງ​ວ່າ ຊັບສົມບັດ​ນັ້ນ​ເປັນ​ຂອງຕົນ​ໄປ​ຍັງ​ສະຖານທີ່​ນະມັດສະການ. ຜູ້​ທີ່​ພຣະເຈົ້າ​ໄດ້​ບອກ​ວ່າ​ເປັນ​ຝ່າຍ​ຜິດ ຕ້ອງ​ໃຊ້​ຄືນ​ໃຫ້​ຄູ່ຄວາມ​ເຖິງ​ສອງ​ເທົ່າ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:9
17 Jak'a apnaqawi uñst'ayäwi  

ເທື່ອໃດ​ທີ່​ແກະ​ຂອງ​ເຈົ້າ​ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ກໍ​ຈ່າຍ​ຄ່າ​ເສຍຫາຍ​ເອງ​ເທື່ອນັ້ນ. ຂ້ອຍ​ບໍ່ໄດ້​ເອົາ​ມາ​ໃຫ້​ເຈົ້າ​ເບິ່ງ ແລະ​ບອກ​ວ່າ​ມັນ​ບໍ່ແມ່ນ​ຄວາມຜິດ​ຂອງຂ້ອຍ. ເຈົ້າ​ໄດ້​ທວງ​ຄືນ​ສິ່ງ​ທີ່​ຖືກ​ລັກ​ໄປ​ຍາມ​ກາງເວັນ​ແລະ​ຍາມ​ກາງຄືນ.


ເມື່ອໃດ​ມີ​ຜູ້ໜຶ່ງ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ແລະ​ຖືກ​ນຳ​ມາ​ທີ່​ແທ່ນບູຊາ​ຂອງ​ພຣະອົງ​ໃນ​ພຣະວິຫານ​ນີ້ ເພື່ອ​ສາບານ​ວ່າ​ລາວ​ບໍ່ມີ​ຄວາມຜິດ


ເມື່ອໃດ​ທີ່​ຊາວ​ເມືອງ​ອື່ນໆ​ນຳ​ຄະດີ​ຂ້າ​ຄົນ ຫລື​ການ​ຝ່າຝືນ​ກົດໝາຍ ຫລື​ຝ່າຝືນ​ຄຳສັ່ງ​ມາ​ຫາ​ພວກທ່ານ; ພວກທ່ານ​ຕ້ອງ​ແນະນຳ​ພວກເຂົາ​ຢ່າງ​ລະມັດ​ລະວັງ​ວ່າ ພວກເຂົາ​ຄວນ​ປະພຶດ​ຢ່າງໃດ​ໃນ​ລະຫວ່າງ​ການ​ສອບສວນ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ເປັນ​ຝ່າຍ​ຜິດ​ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເວັ້ນເສຍ​ແຕ່​ພວກທ່ານ​ຂືນ​ເຮັດ​ເທົ່ານັ້ນ ພວກທ່ານ​ກັບ​ພວກ​ພີ່ນ້ອງ​ຊາວ​ເມືອງ​ກໍ​ຈະ​ຖືກ​ພຣະອົງ​ໂກດຮ້າຍ​ຢ່າງໜັກ. ແຕ່​ຖ້າ​ພວກທ່ານ​ປະຕິບັດ​ຕາມ​ໜ້າທີ່​ຂອງ​ພວກທ່ານ ພວກທ່ານ​ກໍ​ຈະ​ບໍ່​ເປັນ​ຝ່າຍ​ຜິດ.


ຖ້າ​ຜູ້ໜຶ່ງ​ຮັບ​ເອົາ​ລໍ, ງົວ, ແກະ ຫລື​ສັດ​ຊະນິດ​ອື່ນໆ ທີ່​ເພື່ອນບ້ານ​ນຳ​ມາ​ຝາກ​ລ້ຽງ ແລະ​ຖ້າ​ສັດ​ນັ້ນ​ຕາຍ ຫລື​ບາດເຈັບ ຫລື​ມີ​ຜູ້​ໄລ່​ຕ້ອນ​ເອົາ​ໄປ​ໂດຍ​ບໍ່ມີ​ພະຍານ​ຮູ້​ເຫັນ


ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.


“ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຈົ້າ ຈົ່ງ​ໄປ​ຕັກເຕືອນ​ລາວ​ໃຫ້​ຮູ້​ຄວາມຜິດ​ດ້ວຍ​ຕົນເອງ​ກັບ​ລາວ​ເທົ່ານັ້ນ ຖ້າ​ລາວ​ຍອມ​ຟັງ​ເຈົ້າ ກໍໄດ້​ພີ່ນ້ອງ​ຄືນ​ມາ.


ສະນັ້ນ ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເຮັດ​ຢ່າງ​ນັ້ນ​ແກ່​ພວກເຈົ້າ​ທຸກຄົນ ຖ້າ​ແຕ່ລະຄົນ​ໃນ​ພວກເຈົ້າ​ບໍ່​ຍົກໂທດ​ໃຫ້​ພີ່ນ້ອງ​ຂອງຕົນ​ດ້ວຍ​ໃຈ​ຈິງ.”


“ຖ້າ​ວ່າ​ຄົນ​ອິດສະຣາເອນ​ເປັນຄວາມກັນ​ຈົນເຖິງ​ສານ ແລະ​ສານ​ຕັດສິນ​ວ່າ​ຝ່າຍ​ໜຶ່ງ​ຖືກ​ແລະ​ອີກ​ຝ່າຍ​ໜຶ່ງ​ຜິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka