Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:8 - ພຣະຄຳພີສັກສິ

8 ແຕ່​ຖ້າ​ຈັບ​ຄົນ​ຂີ້ລັກ​ບໍ່ໄດ້ ຜູ້​ຮັບ​ຝາກ​ຕ້ອງ​ຖືກ​ນຳ​ໄປ​ຍັງ​ສະຖານທີ່​ນະມັດສະການ ເພື່ອ​ສະແດງ​ຕົນ​ວ່າ​ບໍ່ໄດ້​ລັກ​ສິ່ງຂອງ​ໃດໆ​ຂອງ​ເພື່ອນບ້ານ​ທີ່​ມາ​ຝາກໄວ້​ກັບຕົນ​ນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:8
9 Jak'a apnaqawi uñst'ayäwi  

ເມື່ອໃດ​ມີ​ຜູ້ໜຶ່ງ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ແລະ​ຖືກ​ນຳ​ມາ​ທີ່​ແທ່ນບູຊາ​ຂອງ​ພຣະອົງ​ໃນ​ພຣະວິຫານ​ນີ້ ເພື່ອ​ສາບານ​ວ່າ​ລາວ​ບໍ່ມີ​ຄວາມຜິດ


ກະສັດ​ມອບໝາຍ​ຊາວສີ່​ພັນ​ຄົນ ໃຫ້​ບໍລິຫານ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ຫົກພັນ​ຄົນ ໃຫ້​ຮັກສາ​ທະບຽນ​ແລະ​ຕັດສິນ​ຂໍ້​ໂຕ້ແຍ້ງ​ຕ່າງໆ;


ພຣະເຈົ້າ​ຊົງ​ປົກຄອງ ໃນ​ສະພາ​ແຫ່ງ​ສະຫວັນ​ນັ້ນ ພຣະອົງ​ພິພາກສາ​ໃນ​ທ່າມກາງ​ບັນດາ​ພະ​ທັງຫຼາຍ​ວ່າ,


ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”


ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.


ໃນ​ທຸກໆ​ກໍລະນີ ທີ່​ມີ​ການ​ຜິດຖຽງ​ກັນ​ກ່ຽວກັບ​ເລື່ອງ​ຊັບສົມບັດ, ບໍ່​ວ່າ​ແມ່ນ​ງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື​ສິ່ງຂອງ​ໃດໆ​ທີ່​ເສຍ​ໄປ, ຕ້ອງ​ນຳ​ທັງສອງ​ຝ່າຍ​ທີ່​ອ້າງ​ວ່າ ຊັບສົມບັດ​ນັ້ນ​ເປັນ​ຂອງຕົນ​ໄປ​ຍັງ​ສະຖານທີ່​ນະມັດສະການ. ຜູ້​ທີ່​ພຣະເຈົ້າ​ໄດ້​ບອກ​ວ່າ​ເປັນ​ຝ່າຍ​ຜິດ ຕ້ອງ​ໃຊ້​ຄືນ​ໃຫ້​ຄູ່ຄວາມ​ເຖິງ​ສອງ​ເທົ່າ.


“ຈົ່ງ​ແຕ່ງຕັ້ງ​ບັນດາ​ຜູ້​ຕັດສິນຄວາມ ແລະ​ເຈົ້າໜ້າທີ່​ອື່ນໆ​ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້. ຄົນ​ເຫຼົ່ານັ້ນ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ທ່ຽງທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka