Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:7 - ພຣະຄຳພີສັກສິ

7 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຮັບ​ເງິນ ຫລື​ຂອງ​ມີຄ່າ​ຂອງ​ເພື່ອນບ້ານ​ທີ່​ນຳ​ມາ​ຝາກ​ໄວ້​ກັບ​ຕົນ ແລະ​ຂອງ​ເຫຼົ່ານັ້ນ​ຊໍ້າ​ຖືກ​ລັກ​ໄປ​ຈາກ​ເຮືອນ​ຂອງຕົນ; ຖ້າ​ຈັບ​ໄດ້​ໄລ່​ທັນ ຜູ້​ລັກ​ນັ້ນ​ຕ້ອງ​ຈ່າຍ​ໃຫ້​ຄືນ​ເຖິງ​ສອງ​ເທົ່າ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:7
10 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໜຶ່ງ​ຈູດ​ໄຮ່ນາ​ຂອງຕົນ ແລະ​ໄຟ​ເລີຍ​ລຸກລາມ​ໄປ​ໄໝ້​ຫຍ້າ​ໃນ​ນາ​ຂອງ​ຄົນອື່ນ ທັງ​ໄໝ້​ຕົ້ນ​ເຂົ້າ​ທີ່​ເກີດ ຫລື​ທີ່​ໄດ້​ກ່ຽວ​ແລະ​ກອງ​ໄວ້​ດ້ວຍ ຜູ້​ທີ່​ຈູດ​ນາ​ນັ້ນ​ຕ້ອງ​ໃຊ້​ຄ່າ​ເສຍຫາຍ​ທັງໝົດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂະໂມຍ​ເມື່ອ​ຖືກ​ຈັບ​ໄດ້ ລາວ​ຈະ​ລະອາຍ​ຫລາຍ​ສັນໃດ; ຊາວ​ອິດສະຣາເອນ​ທຸກຄົນ​ກໍ​ຈະ​ໄດ້​ຖືກ​ອັບອາຍ​ຫລາຍ​ສັນນັ້ນ ເປັນ​ຕົ້ນ: ບັນດາ​ກະສັດ, ພວກ​ຂ້າຣາຊການ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ.


ຢ່າ​ເອົາລັດ​ເອົາປຽບ​ຜູ້ໜຶ່ງ​ຜູ້ໃດ ຫລື​ປຸ້ນຈີ້​ເຂົາ. ຢ່າ​ກັກ​ຄ່າ​ແຮງງານ​ຂອງ​ລູກຈ້າງ​ໄວ້ ແມ່ນແຕ່​ຄືນ​ດຽວ​ກໍຕາມ.


ພຣະເຈົ້າຢາເວ​ໄດ້​ອອກ​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ມອບ​ໃຫ້​ໂມເຊ.


ການ​ຖວາຍບູຊາ​ນັ້ນ​ໃຫ້​ໃຊ້​ບັງຄັບ​ໃນ​ກໍລະນີ​ດັ່ງ​ຕໍ່ໄປນີ້: ຖ້າ​ຄົນໜຶ່ງ​ຄົນໃດ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ບໍ່​ຍອມ​ຄືນ​ສິ່ງ​ຂອງ​ທີ່​ພີ່ນ້ອງ​ອິດສະຣາເອນ​ນຳ​ມາ​ຝາກ ຫລື​ໂດຍ​ລັກ​ເອົາ​ສິ່ງໃດສິ່ງໜຶ່ງ​ຈາກ​ລາວ ຫລື​ສໍ້ໂກງ​ລາວ


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.


ຄົນ​ຂີ້ລັກ ຄົນ​ຂີ້ໂລບ ຄົນ​ຂີ້ເຫລົ້າ ຄົນ​ເວົ້າ​ໃສ່ຮ້າຍ​ປ້າຍສີ ຫລື​ຄົນ​ສໍ້ໂກງ​ກໍດີ ຄົນ​ເຫຼົ່ານັ້ນ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka