26 ຖ້າເຈົ້າເອົາເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງສົ່ງເຂົາຄືນກ່ອນຕາເວັນຕົກດິນ
ເພື່ອໃຫ້ພີ່ນ້ອງຂອງເຈົ້າຄືນໜີ້ ທີ່ພວກເຂົາໄດ້ຢືມໄປ ເຈົ້າເອົາເຄື່ອງນຸ່ງຂອງພວກເຂົາ ແລະບໍ່ປະຫຍັງໃຫ້ພວກເຂົານຸ່ງ.
ລໍຂອງພວກເດັກກຳພ້າ ພວກເຂົາກໍຢຶດເອົາໄປ ທັງຢຶດງົວຂອງແມ່ໝ້າຍ ຈົນນາງຫາເງິນມາໃຊ້ໜີ້.
ກາງຄືນພວກເຂົານອນໂດຍບໍ່ມີຫຍັງຕູ້ມຫົ່ມ ບໍ່ມີຫຍັງຫົ່ມຕູ້ມໃຫ້ອົບອຸ່ນຈາກຄວາມໜາວ.
ຄົນຊົ່ວເອົາເດັກນ້ອຍທີ່ຂາດພໍ່ໄປເປັນທາດຮັບໃຊ້ຂອງຕົນ ແລະເອົາລູກຂອງຄົນຈົນເປັນຄ່າຈ່າຍໜີ້.
ພວກເຂົາບັງຄັບຄົນທຸກໄຮ້ ທີ່ຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫຼືອ ແລະພຣະອົງກໍໄດ້ຍິນຄຳຮ້ອງຂໍຂອງເຂົາເຈົ້າ.
ແຕ່ພຣະອົງເຫັນ ທັງສັງເກດເບິ່ງຄວາມເດືອດຮ້ອນ ຄວາມທໍລະມານ ແລະພ້ອມສະເໝີທີ່ຈະຊ່ວຍເຫລືອ ຄົນຂາດທີ່ເພິ່ງກໍມອບຕົວໄວ້ກັບພຣະອົງ ອົງຊົງຊ່ວຍເຫລືອຄົນຂັດສົນຢູ່ສະເໝີ.
ເທວະດາຂອງພຣະເຈົ້າຢາເວເຝົ້າຮັກສາຜູ້ທີ່ຢຳເກງພຣະອົງ ແລະຊ່ວຍພວກເຂົາໃຫ້ພົ້ນຈາກອັນຕະລາຍໄດ້.
ຜູ້ໃດຜູ້ໜຶ່ງທີ່ຍອມຮັບໃຊ້ໜີ້ໃຫ້ຄົນແປກໜ້າ ກໍສໍ່າກັບວ່າເອົາຊັບສິນຂອງຕົນໄປປະກັນ.
ຖ້າເຈົ້າບໍ່ສາມາດຈ່າຍໜີ້ນັ້ນໄດ້ ເຂົາກໍຈະເອົາແມ່ນແຕ່ບ່ອນນອນຂອງເຈົ້າໄປ.
ຫລືຂົ່ມເຫັງ ຫລືປຸ້ນເຈົ້າເອົາຂອງຜູ້ໃດ. ລາວສົ່ງຄືນຂອງທີ່ລູກໜີ້ເອົາມາຈຳນຳ. ລາວລ້ຽງຄົນທີ່ອຶດຫິວ ແລະໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ຂັດສົນ.
ລາວບໍ່ສໍ້ໂກງຫລືບໍ່ປຸ້ນເຈົ້າເອົາຂອງຜູ້ໃດ. ລາວຄືນຂອງທີ່ລູກໜີ້ເອົາມາຈຳນຳ; ລາວລ້ຽງຄົນທີ່ອຶດຫິວ ແລະໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ຂາດເຂີນ.
ຖ້າລາວຄືນຂອງຈຳນຳໃຫ້ແກ່ລູກໜີ້ ຫລືສົ່ງຂອງທີ່ຕົນໄດ້ລັກມານັ້ນ; ຖ້າລາວເຊົາເຮັດບາບແລະປະພຶດຕາມກົດບັນຍັດທັງຫລາຍທີ່ໃຫ້ຊີວິດ ລາວກໍຈະບໍ່ຕາຍ ແຕ່ຈະມີຊີວິດ.
ໃນສະຖານທີ່ນະມັດສະການທຸກບ່ອນ ພວກເຂົາໃຊ້ເສື້ອຜ້າທີ່ຄົນຍາກຈົນເອົາມາຈຳນຳນັ້ນປູນອນ. ພວກເຂົາດື່ມເຫຼົ້າອະງຸ່ນທີ່ຢຶດມາຈາກລູກໜີ້ໃນວິຫານພຣະເຈົ້າຂອງພວກເຂົາ.”
ຢ່າຕັດສິດທິຂອງຄົນຕ່າງດ້າວແລະລູກກຳພ້າ ແລະຢ່າເອົາເສື້ອຜ້າຂອງແມ່ໝ້າຍໄວ້ເປັນເຄື່ອງຄໍ້າປະກັນ.
ເມື່ອພວກເຈົ້າໃຫ້ຄົນໜຶ່ງຢືມບາງສິ່ງບາງຢ່າງ ຢ່າໄດ້ເອົາຫີນໂມ້ແປ້ງຂອງລາວໄວ້ເປັນເຄື່ອງຄໍ້າປະກັນ. ມັນຈະເປັນການເອົາສິ່ງທີ່ຕຽມອາຫານເພື່ອລ້ຽງຊີບໃນຄອບຄົວໄປ.