Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:25 - ພຣະຄຳພີສັກສິ

25 ຖ້າ​ເຈົ້າ​ໃຫ້​ປະຊາຊົນ​ຜູ້​ຍາກຈົນ​ຂອງເຮົາ​ຢືມ​ເງິນ ຢ່າ​ເຮັດ​ຄື​ວ່າ​ຕົນ​ເປັນ​ເຈົ້າໜີ້ ແລະ​ຮຽກຮ້ອງ​ເອົາ​ດອກເບ້ຍ​ນຳ​ພວກເຂົາ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:25
20 Jak'a apnaqawi uñst'ayäwi  

ມີ​ແມ່ໝ້າຍ​ຜູ້ໜຶ່ງ​ທີ່​ຜົວ​ຂອງ​ນາງ​ຢູ່​ໃນ​ກຸ່ມ​ຜູ້ທຳນວາຍ​ໄດ້​ໄປ​ຫາ​ເອລີຊາ ແລະ​ຮ້ອງ​ຂໍ​ວ່າ, “ທ່ານເອີຍ ຜົວ​ຂອງ​ຂ້ານ້ອຍ​ຕາຍໄປ​ແລ້ວ ທ່ານ​ກໍ​ຮູ້​ວ່າ​ລາວ​ເປັນ​ຄົນຮັບໃຊ້​ທີ່​ຢຳເກງ​ພຣະເຈົ້າຢາເວ ແຕ່​ເຈົ້າໜີ້​ໄດ້​ມາ​ເອົາ​ລູກຊາຍ​ສອງ​ຄົນ​ຂອງ​ຂ້ານ້ອຍ​ໄປ​ເປັນ​ທາດຮັບໃຊ້ ເພື່ອ​ຈ່າຍ​ຄ່າ​ໜີ້​ທີ່​ຜົວ​ຂອງ​ຂ້ານ້ອຍ​ຕິດ​ນັ້ນ.”


ນາງ​ໄດ້​ກັບ​ໄປ​ຫາ​ຜູ້ທຳນວາຍ​ເອລີຊາ ແລະ​ເພິ່ນ​ໄດ້​ບອກ​ນາງ​ວ່າ, “ຈົ່ງ​ຂາຍ​ນໍ້າມັນ​ໝາກກອກເທດ​ທັງໝົດ​ນີ້ ແລະ​ຈ່າຍ​ຄ່າ​ໜີ້​ຂອງ​ເຈົ້າ​ສາ ແລະ​ເຈົ້າ​ຍັງ​ຈະ​ມີ​ເງິນ​ເຫຼືອ​ພໍ​ລ້ຽງຊີບ​ຂອງເຈົ້າ ແລະ​ລູກຊາຍ​ທັງສອງ​ຂອງເຈົ້າ​ຕໍ່ໄປ.”


ແລະ​ໄດ້​ຕັດສິນໃຈ​ເຮັດ​ຢ່າງໃດ​ຢ່າງໜຶ່ງ​ລົງ​ໄປ. ຂ້າພະເຈົ້າ​ໄດ້​ປະນາມ​ພວກຜູ້ນຳ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ປະຊາຊົນ ແລະ​ບອກ​ພວກເຂົາ​ວ່າ, “ພວກທ່ານ​ພວມ​ຂົ່ມເຫັງ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ.” ຂ້າພະເຈົ້າ​ໄດ້​ເອີ້ນ​ປະຊຸມ​ເພື່ອ​ແກ້ໄຂ​ບັນຫາ​ນີ້​


ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ ທັງ​ບໍ່​ຮັບ​ສິນບົນ​ເປັນ​ພະຍານ​ຕໍ່ສູ້​ຄົນ​ບໍ່ມີ​ຜິດ​ດ້ວຍ. ຜູ້​ທີ່​ປະຕິບັດ​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ກໍ​ຈະ​ໄດ້​ຮັບ​ຄວາມ​ໝັ້ນຄົງ​ຕະຫລອດໄປ.


ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.


ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.


ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ຄິດ​ດອກເບ້ຍ. ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ລາວ​ຈະ​ບໍ່ມີ​ຊີວິດ​ຢູ່. ລາວ​ເຮັດ​ແຕ່​ສິ່ງ​ທີ່​ໜ້າກຽດຊັງ; ສະນັ້ນ ລາວ​ຈະ​ຕ້ອງ​ຕາຍ. ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການຕາຍ​ເອົາ​ເອງ.


ລາວ​ບໍ່​ຍອມ​ເຮັດ​ຊົ່ວ ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ. ລາວ​ຈະ​ບໍ່​ຕາຍ​ເພາະ​ບາບ​ຂອງ​ພໍ່​ລາວ ແຕ່​ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.


ລາວ​ບໍ່​ສໍ້ໂກງ​ຫລື​ບໍ່​ປຸ້ນ​ເຈົ້າ​ເອົາ​ຂອງ​ຜູ້ໃດ. ລາວ​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ; ລາວ​ລ້ຽງ​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ເຄື່ອງນຸ່ງຫົ່ມ​ແກ່​ຄົນ​ທີ່​ຂາດເຂີນ.


ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ. ລາວ​ບໍ່​ຍອມ​ປະພຶດ​ຕົນ​ຢ່າງ​ບໍ່​ເປັນທຳ, ແຕ່​ກັບ​ໃຫ້​ຄວາມ​ເປັນທຳ​ແກ່​ຜູ້​ທີ່​ເປັນຄວາມ.


ບາງຄົນ​ຮັບຈ້າງ​ຂ້າ​ຄົນ. ບາງຄົນ​ໃຫ້​ກູ້ຢືມ​ເອົາ​ກຳໄລ​ນຳ​ພີ່ນ້ອງ​ຮ່ວມ​ຊາດ​ຊາວ​ອິດສະຣາເອນ ແລະ​ສ້າງຮັ່ງ​ຄູນມີ​ໂດຍ​ເອົາລັດ​ເອົາປຽບ​ພວກເຂົາ. ພວກເຂົາ​ໄດ້​ລືມໄລ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ໃນ​ສະຖານທີ່​ນະມັດສະການ​ທຸກບ່ອນ ພວກເຂົາ​ໃຊ້​ເສື້ອຜ້າ​ທີ່​ຄົນ​ຍາກຈົນ​ເອົາ​ມາ​ຈຳນຳ​ນັ້ນ​ປູ​ນອນ. ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ທີ່​ຢຶດ​ມາ​ຈາກ​ລູກໜີ້​ໃນ​ວິຫານ​ພຣະເຈົ້າ​ຂອງ​ພວກເຂົາ.”


ດັ່ງນັ້ນ ເຈົ້າ​ຄວນ​ເອົາ​ເງິນ​ຂອງເຮົາ​ໄປ​ຝາກ​ໄວ້​ກັບ​ທະນາຄານ ແລ້ວ​ເມື່ອ​ເຮົາ​ກັບ​ມາ​ກໍ​ຈະ​ໄດ້​ເງິນ​ນັ້ນ​ຄືນ​ພ້ອມ​ກັບ​ດອກເບ້ຍ.


ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເອົາ​ເງິນ​ຂອງເຮົາ​ໄປ​ຝາກ​ໄວ້​ກັບ​ທະນາຄານ? ແລ້ວ​ເມື່ອ​ເຮົາ​ກັບ​ມາ ເຮົາ​ກໍ​ຈະ​ໄດ້​ເງິນ​ຄືນ​ພ້ອມ​ດ້ວຍ​ດອກເບ້ຍ.’


ຖ້າ​ມີ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໃດ​ທີ່​ຢູ່​ຕາມ​ເມືອງ​ຕ່າງໆ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ​ມີ​ຄວາມ​ຂັດສົນ ກໍ​ຢ່າ​ເປັນ​ຄົນ​ໃຈ​ຄັບແຄບ ແລະ​ປະຕິເສດ​ທີ່​ຈະ​ຊ່ວຍເຫລືອ​ພວກເຂົາ.


ໃຫ້​ພວກເຈົ້າ​ສົ່ງ​ລາວ​ຄືນ​ທຸກໆ​ແລງ ເພື່ອ​ວ່າ​ລາວ​ຈະ​ໄດ້​ໃຊ້​ຫົ່ມ​ເມື່ອ​ເວລາ​ເຂົ້າ​ນອນ ແລະ​ລາວ​ຈະ​ອວຍພອນ​ພວກເຈົ້າ​ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ຈະ​ພໍໃຈ​ນຳ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka