Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:23 - ພຣະຄຳພີສັກສິ

23 ຖ້າ​ພວກເຈົ້າ​ຂົ່ມເຫັງ​ພວກເຂົາ ເມື່ອ​ພວກເຂົາ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ຟັງ​ຄຳ​ຮ້ອງທຸກ​ຂອງ​ພວກເຂົາ​ແນ່ນອນ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:23
19 Jak'a apnaqawi uñst'ayäwi  

ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.


ເມື່ອ​ມະນຸດ​ຖືກ​ກົດຂີ່ ພວກເຂົາ​ກໍໄດ້​ແຕ່​ຄວນຄາງ ພວກເຂົາ​ຮ້ອງຫາ​ຄົນ ຜູ້​ທີ່​ຊ່ວຍເຫລືອ​ພວກເຂົາ​ໄດ້.


ແຕ່​ພຣະອົງ​ເຫັນ ທັງ​ສັງເກດ​ເບິ່ງ​ຄວາມ​ເດືອດຮ້ອນ ຄວາມ​ທໍລະມານ ແລະ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍເຫລືອ ຄົນ​ຂາດ​ທີ່ເພິ່ງ​ກໍ​ມອບ​ຕົວ​ໄວ້​ກັບ​ພຣະອົງ ອົງ​ຊົງ​ຊ່ວຍເຫລືອ​ຄົນ​ຂັດສົນ​ຢູ່​ສະເໝີ.


ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ປ້ອງກັນ​ຄົນ​ທຸກຈົນ ແລະ​ສິດທິ​ຂອງ​ຄົນ​ຂັດສົນ​ດ້ວຍ.


ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.


ໃນ​ຄວາມ​ເດືອດຮ້ອນ​ຢ່າງ​ນີ້​ແມ່ນ​ພຣະເຈົ້າຢາເວ​ທີ່​ຂ້ານ້ອຍ ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ພຣະອົງ​ໄດ້​ຟັງ​ສຽງ​ຂອງ​ຂ້ານ້ອຍ​ທີ່​ພຣະວິຫານ​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍ​ເຫຼືອ​ຂອງ​ຂ້ານ້ອຍ​ແລ້ວ.


ພຣະເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ເປັນຫ່ວງ​ເປັນໃຍ​ລູກກຳພ້າ​ແລະ​ປ້ອງກັນ​ຮັກສາ​ແມ່ໝ້າຍ.


ເພາະວ່າ​ລາວ​ມີ​ເສື້ອຄຸມ​ຜືນ​ດຽວ​ເທົ່ານັ້ນ ເພື່ອ​ປົກຄຸມ​ລາວ​ໃຫ້​ອົບອຸ່ນ; ບໍ່​ດັ່ງນັ້ນ ລາວ​ຈະ​ເອົາ​ຫຍັງ​ຕຸ້ມ​ຫົ່ມ​ນອນ. ເມື່ອ​ລາວ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ຕອບ​ລາວ ເພາະວ່າ​ເຮົາ​ເປັນ​ຜູ້​ມີ​ໃຈ​ເມດຕາ.


ພໍ່​ຂອງ​ພວກ​ຂ້ານ້ອຍ​ໄດ້​ຖືກ​ສັດຕູ​ສັງຫານ ບັດນີ້ ແມ່​ຂອງ​ພວກ​ຂ້ານ້ອຍ​ຕ່າງ​ກໍ​ເປັນ​ໝ້າຍ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ພຣະອົງ​ໃຫ້​ສິດ​ລູກກຳພ້າ​ແລະ​ພວກ​ແມ່ໝ້າຍ​ໄດ້​ຮັບ​ຄວາມ​ເປັນທຳ; ພຣະອົງ​ຮັກ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຮົາ ໂດຍ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ແກ່​ພວກເຂົາ.


ຢ່າ​ປະຕິເສດ​ໃຫ້​ລາວ​ຢືມ​ໂດຍ​ເຫັນ​ແກ່​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ. ຢ່າ​ໃຫ້​ຄວາມ​ຄິດ​ບໍ່​ດີ​ເຊັ່ນນີ້​ມີ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເລີຍ. ຖ້າ​ພວກເຈົ້າ​ບໍ່​ຍອມ​ໃຫ້​ກູ້ຢືມ ເມື່ອ​ລາວ​ຮ້ອງ​ຫາ​ພຣະເຈົ້າຢາເວ ພວກເຈົ້າ​ກໍ​ຈະ​ເປັນ​ຝ່າຍ​ຜິດ.


ແຕ່​ຈົ່ງ​ຈ່າຍ​ຄ່າຈ້າງ​ໃຫ້​ລາວ​ທຸກໆ​ມື້​ກ່ອນ​ຕາເວັນ​ຕົກ​ດິນ; ລາວ​ຕ້ອງການ​ເງິນ​ແລະ​ລໍ​ຮັບ​ຄ່າຈ້າງ​ນັ້ນ​ຢູ່. ຖ້າ​ພວກເຈົ້າ​ບໍ່​ຈ່າຍ​ໃຫ້​ລາວ ລາວ​ຈະ​ຮ້ອງ​ຟ້ອງ​ຕໍ່​ພຣະເຈົ້າຢາເວ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ຜູ້​ຜິດ​ໃນ​ຖານ​ເຮັດ​ບາບ.


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka