Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:21 - ພຣະຄຳພີສັກສິ

21 ຢ່າ​ຂົ່ມເຫັງ​ຫລື​ບີບ​ບັງຄັບ​ຄົນ​ຕ່າງດ້າວ; ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:21
22 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈົກ​ສະຫລາກ​ເອົາ​ເດັກ​ກຳພ້າ​ເປັນ​ທາດຮັບໃຊ້ ແລະ​ສ້າງຮັ່ງ​ຄູນມີ​ເທິງ​ຫລັງ​ເພື່ອນ​ສະໜິດ​ໄດ້


ພຣະເຈົ້າຢາເວ​ປົກປ້ອງ​ຄຸ້ມຄອງ​ຊາວ​ຕ່າງດ້າວ​ທັງຫລາຍ ທີ່​ອາໄສ​ຢູ່​ໃນ​ປະເທດ​ຂອງ​ພວກເຮົາ​ນັ້ນ. ພຣະອົງ​ຊ່ວຍ​ລູກກຳພ້າ​ທັງຫລາຍ​ແລະ​ແມ່ໝ້າຍ, ແຕ່​ທຳລາຍ​ແຜນການ​ຂອງ​ຄົນຊົ່ວຮ້າຍ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ຢ່າ​ຂົ່ມເຫັງ​ຄົນ​ຕ່າງດ້າວ; ເຈົ້າ​ຮູ້​ຄວາມ​ຮູ້ສຶກ​ຂອງ​ຄົນ​ຕ່າງດ້າວ​ວ່າ​ເປັນ​ແນວ​ໃດ ເພາະ​ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ມາ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ.


ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ຢ່າ​ເອົາລັດ​ເອົາປຽບ​ຜູ້ໜຶ່ງ​ຜູ້ໃດ ຫລື​ປຸ້ນຈີ້​ເຂົາ. ຢ່າ​ກັກ​ຄ່າ​ແຮງງານ​ຂອງ​ລູກຈ້າງ​ໄວ້ ແມ່ນແຕ່​ຄືນ​ດຽວ​ກໍຕາມ.


ຢ່າ​ຂົ່ມເຫັງ​ຄົນຕ່າງດ້າວ ທີ່​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ.


ຈົ່ງ​ເຮັດ​ກັບ​ພວກເຂົາ​ເໝືອນ​ເຮັດ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ແລະ​ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ພວກເຈົ້າ​ເອງ. ຈົ່ງ​ຈຳ​ໄວ້​ວ່າ ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ດິນແດນ​ຂອງ​ຊາວ​ເອຢິບ​ມາ​ຄັ້ງ​ໜຶ່ງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


“ຖ້າ​ພີ່ນ້ອງ​ອິດສະຣາເອນ​ບ້ານໃກ້​ເຮືອນຄຽງ​ພວກເຈົ້າ​ຄົນ​ໜຶ່ງ​ຍາກຈົນ​ຫລາຍ ຈົນ​ລາວ​ບໍ່​ສາມາດ​ຈະ​ລ້ຽງ​ຕົນເອງ​ໄດ້; ພວກເຈົ້າ​ຕ້ອງ​ຫາ​ທາງ​ຊ່ວຍເຫລືອ​ລາວ ໃນ​ຖານະ​ເປັນ​ແຂກ​ອາໄສ​ຢູ່​ນຳ​ຂອງ​ພວກເຈົ້າ ເພື່ອ​ລາວ​ຈະ​ໄດ້​ຢູ່​ໃກ້​ພວກເຈົ້າ.


ຢ່າ​ຂົ່ມເຫັງ​ແມ່ໝ້າຍ, ລູກກຳພ້າ, ຄົນຕ່າງດ້າວ ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫລື​ຄົນອື່ນໆ​ທີ່​ຢູ່​ໃນ​ຄວາມ​ຂັດສົນ. ແລະ​ຢ່າ​ວາງ​ແຜນການ​ປະຫັດ​ປະຫານ​ຊຶ່ງກັນແລະກັນ.’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ແນະນຳ​ບັນດາ​ພວກ​ຜູ້ປົກຄອງ​ວ່າ, ‘ຈົ່ງ​ເອົາໃຈໃສ່​ຮັບ​ຟັງ​ການ​ຜິດຖຽງກັນ ທີ່​ເກີດຂຶ້ນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພວກເຈົ້າ. ຈົ່ງ​ຕັດສິນ​ການ​ຜິດຖຽງກັນ​ທຸກ​ເລື່ອງ​ຢ່າງ​ທ່ຽງທຳ ບໍ່​ວ່າ​ການ​ຕັດສິນ​ນັ້ນ​ຈະ​ກ່ຽວຂ້ອງ​ກັບ​ປະຊາຊົນ​ຂອງ​ພວກເຈົ້າ​ເອງ ຫລື​ກ່ຽວຂ້ອງ​ກັບ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ກໍຕາມ.


ພຣະອົງ​ໃຫ້​ສິດ​ລູກກຳພ້າ​ແລະ​ພວກ​ແມ່ໝ້າຍ​ໄດ້​ຮັບ​ຄວາມ​ເປັນທຳ; ພຣະອົງ​ຮັກ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຮົາ ໂດຍ​ໃຫ້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ແກ່​ພວກເຂົາ.


ດັ່ງນັ້ນ ຈົ່ງ​ຮັກ​ຄົນ​ຕ່າງດ້າວ ເພາະ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນຕ່າງດ້າວ​ໃນ​ປະເທດ​ເອຢິບ.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.


ແຕ່​ລາວ​ຈະ​ຢູ່​ບ່ອນ​ໃດ​ກໍໄດ້​ຕາມ​ທີ່​ລາວ​ມັກ​ໃນ​ບັນດາ​ເມືອງ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຮຸນແຮງ​ຕໍ່​ລາວ.


ຢ່າ​ດູໝິ່ນ​ປະໝາດ​ຊາວ​ເອໂດມ ເພາະ​ພວກເຂົາ​ເປັນ​ຍາດພີ່ນ້ອງ​ຂອງ​ພວກເຈົ້າ. ຢ່າ​ນຳ​ການ​ສາບແຊ່ງ​ມາ​ສູ່​ຊາວ​ເອຢິບ ເພາະ​ຄັ້ງ​ໜຶ່ງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ.


ຢ່າ​ຕັດ​ສິດທິ​ຂອງ​ຄົນຕ່າງດ້າວ​ແລະ​ລູກກຳພ້າ ແລະ​ຢ່າ​ເອົາ​ເສື້ອຜ້າ​ຂອງ​ແມ່ໝ້າຍ​ໄວ້​ເປັນ​ເຄື່ອງ​ຄໍ້າປະກັນ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຕັດສິດ​ຂອງ​ຄົນຕ່າງດ້າວ, ລູກ​ກຳພ້າ ແລະ​ແມ່ໝ້າຍ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka