Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:2 - ພຣະຄຳພີສັກສິ

2-4 ລາວ​ຕ້ອງ​ໃຊ້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ລາວ​ບໍ່ມີ​ເງິນ​ຊົດໃຊ້​ຄືນ ລາວ​ຈະ​ຕ້ອງ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ໃຫ້​ກຸ້ມ​ຄ່າ​ເສຍຫາຍ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ສັດ​ຖືກ​ລັກ​ໄປ​ນັ້ນ​ເປັນ​ງົວ, ລໍ ຫລື​ແກະ​ທີ່​ຍັງ​ມີ​ຊີວິດ ແລະ​ຢູ່​ໃນ​ຄວາມ​ຄອບຄອງ​ຂອງຕົນ; ລາວ​ຕ້ອງ​ໃຊ້​ຄືນ​ສັດ​ສອງ​ໂຕ​ແທນ​ສັດ​ໂຕໜຶ່ງ. ຖ້າ​ຄົນ​ຂີ້ລັກ​ຖືກ​ຈັບ​ໄດ້​ແລະ​ຖືກ​ຂ້າ​ຕາຍ ໃນ​ຂະນະທີ່​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຕອນ​ກາງຄືນ ຜູ້​ທີ່​ຂ້າ​ນັ້ນ​ບໍ່ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ແຕ່​ຖ້າ​ເຫດການ​ເກີດຂຶ້ນ​ໃນ​ຕອນ​ກາງເວັນ ລາວ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:2
11 Jak'a apnaqawi uñst'ayäwi  

ຕອນເຊົ້າ ຄາດຕະກອນ​ລຸກ​ຂຶ້ນ​ໄປ​ຂ້າ​ຄົນຈົນ ແລະ​ຕອນ​ກາງຄືນ ພວກເຂົາ​ກໍ​ອອກ​ໄປ​ຫາຊອກ​ປຸ້ນຈີ້.


ກາງຄືນ ຂະໂມຍ​ງັດແງະ ແລະ​ເຂົ້າ​ໃນ​ເຮືອນ​ຄົນ ແຕ່​ກາງເວັນ ພວກເຂົາ​ຫລົບຫລີກ​ຕົນ​ຈາກ​ແສງແຈ້ງ.


ທຸກໆຄົນ​ຮ້ອງ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ພວກເຂົາ​ກຳລັງ​ຮ້ອງ​ໄລ່​ໃສ່​ໂຈນ​ທີ່​ມາ​ປຸ້ນ.


ເຄື່ອງນຸ່ງ​ຂອງເຈົ້າ​ເປິເປື້ອນ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ຍາກຈົນ ແລະ​ຄົນ​ບໍ່ມີ​ຄວາມຜິດ; ແຕ່​ບໍ່ແມ່ນ​ເລືອດ​ຂອງ​ຄົນ​ຢ່ອງ​ເຂົ້າ​ໄປ​ລັກ​ເຄື່ອງ​ໃນ​ເຮືອນ. ທັງໆ​ທີ່​ເຈົ້າ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ກໍຕາມ


“ເມື່ອໃດ​ເຮົາ​ຢາກ​ປິ່ນປົວ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ດີ ແລະ​ເຮັດ​ໃຫ້​ພວກເຂົາ​ມັ່ງຄັ່ງ​ສົມບູນ​ອີກ; ເມື່ອນັ້ນ​ເຮົາ​ກໍ​ເຫັນ​ແຕ່​ການ​ໂຫດຮ້າຍ ແລະ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ. ພວກເຂົາ​ສໍ້ໂກງ​ກັນແລະກັນ; ງັດແງະ​ເຂົ້າ​ໄປ​ໃນ​ເຮືອນ​ລັກ​ເອົາ​ສິ່ງຂອງ ແລະ​ປຸ້ນຈີ້​ຄົນ​ຕາມ​ຖະໜົນ​ຫົນທາງ.


ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ; ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.


ແລະ​ຖ້າ​ຍາດຕິພີ່ນ້ອງ​ຂອງ​ຜູ້​ຕາຍ​ຫາກ​ພົບ​ເຫັນ​ລາວ​ຢູ່​ນອກ​ເມືອງ​ລີ້ໄພ ແລະ​ຂ້າ​ລາວ ການ​ແກ້ແຄ້ນ​ເຊັ່ນນີ້​ກໍ​ບໍ່​ແມ່ນ​ການ​ຄາດຕະກຳ.


ແຕ່​ຈົ່ງ​ເຂົ້າໃຈ​ຢ່າງ​ນີ້​ວ່າ ຖ້າ​ເຈົ້າຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ ໂຈນ​ຈະ​ມາ​ຍາມ​ໃດ ເພິ່ນ​ຈະ​ເຝົ້າ​ລະວັງ​ໄວ້​ບໍ່​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ຂອງຕົນ​ໄດ້.


ເພາະ​ພວກເຈົ້າ​ເອງ​ກໍ​ຮູ້ຈັກ​ດີ​ແລ້ວ​ວ່າ ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka