Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:19 - ພຣະຄຳພີສັກສິ

19 ຢ່າ​ໄວ້​ຊີວິດ​ຄົນ​ທີ່​ສົມສູ່​ທາງ​ເພດ​ກັບ​ສັດ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:19
14 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຂ້າ​ປະໂຣຫິດ​ທຸກຄົນ​ຂອງ​ຊາວ​ຕ່າງຊາດ​ເທິງ​ແທ່ນບູຊາ ບ່ອນ​ທີ່​ພວກເຂົາ​ຮັບໃຊ້​ນັ້ນ ແລະ​ເພິ່ນ​ຍັງ​ໄດ້​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ແທ່ນບູຊາ​ທຸກບ່ອນ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ຜູ້ໃດ​ຜູ້ໜຶ່ງ​ບໍ່​ວ່າ​ໜຸ່ມ​ຫລື​ແກ່ ແລະ​ຊາຍ​ຫລື​ຍິງ​ກໍດີ ທີ່​ບໍ່​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ.


ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ​ນີ້ ເພາະວ່າ​ເມື່ອ​ພວກເຂົາ​ຂາບໄຫວ້​ບູຊາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ຈະ​ເຊີນ​ພວກເຈົ້າ​ໃຫ້​ເຂົ້າ​ຮ່ວມ ແລະ​ພວກເຈົ້າ​ອາດ​ຖືກ​ຊັກຊວນ​ໃຫ້​ກິນ​ອາຫານ ທີ່​ໄດ້​ຖວາຍ​ແກ່​ບັນດາ​ພະ​ຂອງ​ພວກເຂົາ​ກໍໄດ້.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ບໍ່​ເຮັດ​ຜິດ​ອີກ​ຕໍ່ໄປ​ຄື: ຈະ​ບໍ່​ຂ້າ​ສັດ​ຂອງ​ພວກເຂົາ​ຖວາຍ​ແກ່​ຜີປີສາດ​ແບ້. ປະຊາຊົນ​ອິດສະຣາເອນ​ຕ້ອງ​ຢຶດຖື​ລະບຽບ​ການ​ນີ້​ໄວ້ ທຸກຍຸກ​ທຸກສະໄໝ​ສືບໄປ.


ຊາຍ​ກໍດີ​ຫລື​ຍິງ​ກໍດີ ຢ່າ​ໄດ້​ສົມສູ່​ທາງ​ເພດ​ກັບ​ສັດ; ເພາະ​ການ​ເຮັດ​ຢ່າງ​ບ້າ​ຄັ່ງ​ເຊັ່ນນີ້ ພາ​ໃຫ້​ພວກເຈົ້າ​ເປັນມົນທິນ​ຕາມ​ກົດບັນຍັດ.


ການ​ກະທຳ​ຂອງ​ພວກເຂົາ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ; ສະນັ້ນ ເຮົາ​ຈຶ່ງ​ລົງໂທດ​ດິນແດນ​ນັ້ນ ໂດຍ​ເຮັດ​ໃຫ້​ເປັນ​ສ້ຽນໜາມ​ຕໍ່​ຄົນ​ທີ່​ເຄີຍ​ຢູ່​ອາໄສ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຊິດຕິມ​ນັ້ນ ພວກ​ຜູ້ຊາຍ​ຊາວ​ອິດສະຣາເອນ​ໄດ້​ສົມສູ່​ຢູ່​ກິນ​ກັບ​ຍິງ​ຊາວ​ໂມອາບ.


ໃຫ້​ຂົນ​ເອົາ​ຊັບສິນ​ຂອງ​ຊາວເມືອງ​ອອກ​ມາ​ກອງ​ຢູ່​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຈູດ​ເມືອງ ພ້ອມ​ທັງ​ຈູດ​ທຸກໆ​ສິ່ງ​ໃນ​ເມືອງ​ນັ້ນ ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ປ່ອຍ​ໃຫ້​ເປັນ​ເມືອງ​ຮ້າງ​ຢູ່​ຢ່າງ​ນັ້ນ​ຕະຫລອດໄປ ແລະ​ຢ່າ​ສ້າງ​ຂຶ້ນ​ໃໝ່​ເປັນ​ເດັດຂາດ.


ເພື່ອ​ຊັກຊວນ​ພວກເຈົ້າ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ເຖິງ​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ສັນຍາ​ໄວ້​ນັ້ນ​ຈະ​ເປັນ​ຄວາມຈິງ​ກໍຕາມ,


ຖ້າ​ພວກເຈົ້າ​ໄດ້​ພົບ​ວ່າ ມີ​ຊາຍ​ຫລື​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ໄດ້​ເຮັດ​ຊົ່ວຮ້າຍ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ຂອງ​ພຣະອົງ


ຈົ່ງ​ນຳ​ຄົນ​ນັ້ນ​ອອກ​ໄປ​ນອກ​ເມືອງ ແລະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ໃຫ້​ຕາຍ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ສົມສູ່​ທາງ​ເພດ​ກັບ​ສັດ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka