16 ຖ້າຊາຍຄົນໜຶ່ງຫລອກລວງຍິງສາວບໍຣິສຸດທີ່ຍັງບໍ່ມີຄູ່ໝັ້ນ ລາວກໍຕ້ອງຈ່າຍຄ່າແຕ່ງດອງແກ່ນາງ ແລະຮັບນາງມາເປັນເມຍຂອງຕົນ.
ແຕ່ຖ້າເຈົ້າຂອງສັດນັ້ນຢູ່ ຜູ້ຢືມນັ້ນກໍບໍ່ຕ້ອງໃຊ້ຄ່າທົດແທນຫຍັງ. ຖ້າເປັນການເຊົ່າກໍໃຫ້ຄິດແຕ່ຄ່າເຊົ່າເທົ່ານັ້ນກໍພໍ.
ນົກອິນຊີທີ່ບິນໄປມາໃນທ້ອງຟ້າ ງູທີ່ເລືອໄປມາເທິງໂງ່ນຫີນ ເຮືອທີ່ແລ່ນໄປມາໃນທະເລ ແລະຊາຍຍິງທີ່ຮັກກັນ.
ເລື່ອງລາວການເກີດຂອງພຣະເຢຊູຄຣິດເຈົ້າເປັນດັ່ງນີ້: ມາຣີແມ່ຂອງພຣະອົງເປັນຄູ່ໝັ້ນຂອງໂຢເຊັບ, ກ່ອນທີ່ທັງສອງໄດ້ຢູ່ກິນຮ່ວມກັນ ນາງໄດ້ຕັ້ງທ້ອງແລ້ວ ດ້ວຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້າ.