Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:14 - ພຣະຄຳພີສັກສິ

14 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢືມ​ສັດ​ລ້ຽງ​ຈາກ​ເພື່ອນບ້ານ​ຂອງຕົນ ແລະ​ສັດ​ນັ້ນ​ຖືກ​ອັນຕະລາຍ ຫລື​ຕາຍໄປ​ລະຫວ່າງ​ເຈົ້າຂອງ​ສັດ​ບໍ່​ຢູ່ ກໍ​ໃຫ້​ຜູ້​ຢືມ​ນັ້ນ​ຊົດໃຊ້​ຄືນ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:14
11 Jak'a apnaqawi uñst'ayäwi  

ຍັງ​ມີ​ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຈຳເປັນ​ຕ້ອງ​ໄປ​ຢືມ​ເງິນ ເພື່ອ​ມາ​ເສຍ​ພາສີ​ໄຮ່​ນາ ແລະ​ສວນອະງຸ່ນ​ໃຫ້​ແກ່​ກະສັດ.


ຄົນຊົ່ວຮ້າຍ​ຍືມ​ເງິນ​ໄປ​ແລ້ວ​ບໍ່ເຄີຍ​ສົ່ງ​ຄືນ ແຕ່​ຄົນ​ຊອບທຳ​ມີ​ໃຈ​ສັດທາ​ຮັກ​ໃນ​ການ​ໃຫ້ທານ.


ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ເຈົ້າຂອງ​ສັດ ແລະ​ສັດ​ໂຕ​ທີ່​ຕາຍ​ນີ້​ໃຫ້​ຕົກ​ເປັນ​ຂອງ​ເຈົ້າຂອງ​ນໍ້າສ້າງ.


ຕ້ອງ​ໃຫ້​ຜູ້​ທີ່​ຮັບ​ຝາກ​ນັ້ນ​ສາບານຕົວ​ຕໍ່​ເພື່ອນບ້ານ​ແລະ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຕົນ​ບໍ່ໄດ້​ລັກ​ສັດ​ຂອງ​ຜູ້​ທີ່​ນຳ​ມາ​ຝາກ​ໄວ້​ນັ້ນ ຖ້າ​ສັດ​ນັ້ນ​ບໍ່ໄດ້​ຖືກ​ລັກ ຜູ້​ເປັນ​ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ຍອມ​ຮັບ​ຄວາມ​ເສຍຫາຍ ແລະ​ຜູ້​ຮັບ​ຝາກ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ.


ຖ້າ​ສັດ​ຖືກ​ສັດປ່າ​ກັດ​ຕາຍ ຜູ້​ຮັບ​ລ້ຽງ​ຕ້ອງ​ນຳ​ຫຼັກຖານ​ມາ​ຢັ້ງຢືນ; ລາວ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ຄ່າ​ສັດ​ທີ່​ຖືກ​ສັດປ່າ​ກັດ​ຕາຍ.


ແຕ່​ຖ້າ​ເຈົ້າຂອງ​ສັດ​ນັ້ນ​ຢູ່ ຜູ້​ຢືມ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ. ຖ້າ​ເປັນ​ການ​ເຊົ່າ​ກໍ​ໃຫ້​ຄິດ​ແຕ່​ຄ່າ​ເຊົ່າ​ເທົ່ານັ້ນ​ກໍ​ພໍ.


ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ໃຊ້​ສັດ​ນັ້ນ​ຄືນ​ໃຫ້​ເຈົ້າຂອງ. ຫລັກການ​ມີ​ຢູ່​ວ່າ ຊີວິດ​ແທນ​ຊີວິດ.


ເມື່ອ​ຜູ້ໃດ​ຂໍ​ສິ່ງໃດ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຂໍ​ຢືມ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ​ຢືມ.”


ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.


ການ​ຍົກໜີ້​ນັ້ນ​ໃຫ້​ປະຕິບັດ​ດັ່ງນີ້: ທຸກຄົນ​ທີ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຢືມ​ເງິນ ຈົ່ງ​ຍົກໜີ້​ໃຫ້​ເຂົາ ຢ່າ​ພະຍາຍາມ​ທວງ​ໜີ້​ນັ້ນ​ຄືນ ເພາະ​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ໄດ້​ປະກາດ​ຍົກໜີ້​ນັ້ນ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka