13 ຖ້າສັດຖືກສັດປ່າກັດຕາຍ ຜູ້ຮັບລ້ຽງຕ້ອງນຳຫຼັກຖານມາຢັ້ງຢືນ; ລາວບໍ່ຈຳເປັນຕ້ອງໃຊ້ຄ່າສັດທີ່ຖືກສັດປ່າກັດຕາຍ.
ແຕ່ຖ້າສັດນັ້ນຖືກລັກໄປ ຜູ້ຮັບຝາກຕ້ອງໃຊ້ຄ່າທົດແທນຄືນໃຫ້ແກ່ເຈົ້າຂອງສັດ.
ຖ້າຜູ້ໃດຜູ້ໜຶ່ງຢືມສັດລ້ຽງຈາກເພື່ອນບ້ານຂອງຕົນ ແລະສັດນັ້ນຖືກອັນຕະລາຍ ຫລືຕາຍໄປລະຫວ່າງເຈົ້າຂອງສັດບໍ່ຢູ່ ກໍໃຫ້ຜູ້ຢືມນັ້ນຊົດໃຊ້ຄືນ.
ແຕ່ຂ້າພະເຈົ້າໄດ້ຕອບວ່າ, “ຢ່າເລີຍ ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍບໍ່ເຄີຍປະພຶດຕົນໃຫ້ເປັນມົນທິນຈັກເທື່ອ. ຕັ້ງແຕ່ສະໄໝເປັນເດັກນ້ອຍ ຂ້ານ້ອຍບໍ່ເຄີຍກິນຊີ້ນສັດໃດໆເລີຍທີ່ຕາຍຢ່າງທຳມະດາ ຫລືຖືກສັດປ່າກັດຕາຍ. ຂ້ານ້ອຍບໍ່ເຄີຍກິນອາຫານໃດໆທີ່ຖືວ່າເປັນມົນທິນ.”
ພຣະເຈົ້າຢາເວກ່າວວ່າ, “ຄົນລ້ຽງແກະຍາດຂາສອງເບື້ອງ ແລະຫູເບື້ອງໜຶ່ງຂອງລູກແກະທີ່ຖືກສິງກັດໄດ້ສັນໃດ; ຊາວອິດສະຣາເອນທີ່ອາໄສຢູ່ໃນຊາມາເຣຍ ຄືຜູ້ທີ່ເວລານີ້ນອນຢຽດຢູ່ເທິງເບາະອັນຫລູຫລາ ກໍຈະລອດຊີວິດໄດ້ ພຽງແຕ່ໜ້ອຍຄົນສັນນັ້ນ.
ພວກເຂົາທີ່ຖືກປະໄວ້ຢູ່ໃນທ່າມກາງຊົນຊາດທັງຫລາຍ ກໍຈະເປັນດັ່ງສິງໂຕໜຶ່ງ ທີ່ກຳລັງຊອກຫາອາຫານໃນປ່າຫລືຕາມທົ່ງຫຍ້າ: ມັນເຂົ້າໄປຄຸບເອົາແກະຢູ່ໃນຝູງ ແລະຈີກເປັນຕ່ອນໆ ແລະຄວາມຫວັງໃດໆທີ່ຈະຊ່ວຍກູ້ເອົາກໍບໍ່ມີ.
ສິງໄດ້ຂ້າເຫຍື່ອຂອງມັນກິນເປັນອາຫານ ແລ້ວກໍຈີກເຫຍື່ອທີ່ໄດ້ມາເປັນຕ່ອນໆ; ແລ້ວກໍປັນໃຫ້ສິງແມ່ ແລະລູກໆຂອງມັນກິນ ຈົນຖໍ້າເຕັມໄປດ້ວຍຊີ້ນສັດທີ່ມັນຂ້າມາໄດ້.