Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:12 - ພຣະຄຳພີສັກສິ

12 ແຕ່​ຖ້າ​ສັດ​ນັ້ນ​ຖືກ​ລັກ​ໄປ ຜູ້​ຮັບ​ຝາກ​ຕ້ອງ​ໃຊ້​ຄ່າ​ທົດແທນ​ຄືນ​ໃຫ້​ແກ່​ເຈົ້າຂອງ​ສັດ.

Uka jalj uñjjattʼäta Copia luraña




ອົບພະຍົບ 22:12
4 Jak'a apnaqawi uñst'ayäwi  

ເທື່ອໃດ​ທີ່​ແກະ​ຂອງ​ເຈົ້າ​ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ກໍ​ຈ່າຍ​ຄ່າ​ເສຍຫາຍ​ເອງ​ເທື່ອນັ້ນ. ຂ້ອຍ​ບໍ່ໄດ້​ເອົາ​ມາ​ໃຫ້​ເຈົ້າ​ເບິ່ງ ແລະ​ບອກ​ວ່າ​ມັນ​ບໍ່ແມ່ນ​ຄວາມຜິດ​ຂອງຂ້ອຍ. ເຈົ້າ​ໄດ້​ທວງ​ຄືນ​ສິ່ງ​ທີ່​ຖືກ​ລັກ​ໄປ​ຍາມ​ກາງເວັນ​ແລະ​ຍາມ​ກາງຄືນ.


ຕ້ອງ​ໃຫ້​ຜູ້​ທີ່​ຮັບ​ຝາກ​ນັ້ນ​ສາບານຕົວ​ຕໍ່​ເພື່ອນບ້ານ​ແລະ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຕົນ​ບໍ່ໄດ້​ລັກ​ສັດ​ຂອງ​ຜູ້​ທີ່​ນຳ​ມາ​ຝາກ​ໄວ້​ນັ້ນ ຖ້າ​ສັດ​ນັ້ນ​ບໍ່ໄດ້​ຖືກ​ລັກ ຜູ້​ເປັນ​ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ຍອມ​ຮັບ​ຄວາມ​ເສຍຫາຍ ແລະ​ຜູ້​ຮັບ​ຝາກ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ.


ຖ້າ​ສັດ​ຖືກ​ສັດປ່າ​ກັດ​ຕາຍ ຜູ້​ຮັບ​ລ້ຽງ​ຕ້ອງ​ນຳ​ຫຼັກຖານ​ມາ​ຢັ້ງຢືນ; ລາວ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ຄ່າ​ສັດ​ທີ່​ຖືກ​ສັດປ່າ​ກັດ​ຕາຍ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຮັບ​ເງິນ ຫລື​ຂອງ​ມີຄ່າ​ຂອງ​ເພື່ອນບ້ານ​ທີ່​ນຳ​ມາ​ຝາກ​ໄວ້​ກັບ​ຕົນ ແລະ​ຂອງ​ເຫຼົ່ານັ້ນ​ຊໍ້າ​ຖືກ​ລັກ​ໄປ​ຈາກ​ເຮືອນ​ຂອງຕົນ; ຖ້າ​ຈັບ​ໄດ້​ໄລ່​ທັນ ຜູ້​ລັກ​ນັ້ນ​ຕ້ອງ​ຈ່າຍ​ໃຫ້​ຄືນ​ເຖິງ​ສອງ​ເທົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka