Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 22:10 - ພຣະຄຳພີສັກສິ

10 ຖ້າ​ຜູ້ໜຶ່ງ​ຮັບ​ເອົາ​ລໍ, ງົວ, ແກະ ຫລື​ສັດ​ຊະນິດ​ອື່ນໆ ທີ່​ເພື່ອນບ້ານ​ນຳ​ມາ​ຝາກ​ລ້ຽງ ແລະ​ຖ້າ​ສັດ​ນັ້ນ​ຕາຍ ຫລື​ບາດເຈັບ ຫລື​ມີ​ຜູ້​ໄລ່​ຕ້ອນ​ເອົາ​ໄປ​ໂດຍ​ບໍ່ມີ​ພະຍານ​ຮູ້​ເຫັນ

Uka jalj uñjjattʼäta Copia luraña




ອົບພະຍົບ 22:10
6 Jak'a apnaqawi uñst'ayäwi  

ໂຢເຊັບ​ປະຕິເສດ ແລະ​ຕອບ​ນາງ​ວ່າ, “ເບິ່ງດູ ນາຍ​ຂອງຂ້ອຍ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ​ຢູ່​ໃນ​ເຮືອນ​ນີ້ ຍ້ອນ​ເພິ່ນ​ໄວ້ເນື້ອ​ເຊື່ອໃຈ​ຂ້ອຍ. ເພິ່ນ​ໃຫ້​ຂ້ອຍ​ຮັບຜິດຊອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ.


ຕ້ອງ​ໃຫ້​ຜູ້​ທີ່​ຮັບ​ຝາກ​ນັ້ນ​ສາບານຕົວ​ຕໍ່​ເພື່ອນບ້ານ​ແລະ​ຕໍ່ໜ້າ​ພຣະເຈົ້າຢາເວ​ວ່າ ຕົນ​ບໍ່ໄດ້​ລັກ​ສັດ​ຂອງ​ຜູ້​ທີ່​ນຳ​ມາ​ຝາກ​ໄວ້​ນັ້ນ ຖ້າ​ສັດ​ນັ້ນ​ບໍ່ໄດ້​ຖືກ​ລັກ ຜູ້​ເປັນ​ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ຍອມ​ຮັບ​ຄວາມ​ເສຍຫາຍ ແລະ​ຜູ້​ຮັບ​ຝາກ​ນັ້ນ​ກໍ​ບໍ່​ຕ້ອງ​ໃຊ້​ຄ່າ​ທົດແທນ​ຫຍັງ.


ໃນ​ທຸກໆ​ກໍລະນີ ທີ່​ມີ​ການ​ຜິດຖຽງ​ກັນ​ກ່ຽວກັບ​ເລື່ອງ​ຊັບສົມບັດ, ບໍ່​ວ່າ​ແມ່ນ​ງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື​ສິ່ງຂອງ​ໃດໆ​ທີ່​ເສຍ​ໄປ, ຕ້ອງ​ນຳ​ທັງສອງ​ຝ່າຍ​ທີ່​ອ້າງ​ວ່າ ຊັບສົມບັດ​ນັ້ນ​ເປັນ​ຂອງຕົນ​ໄປ​ຍັງ​ສະຖານທີ່​ນະມັດສະການ. ຜູ້​ທີ່​ພຣະເຈົ້າ​ໄດ້​ບອກ​ວ່າ​ເປັນ​ຝ່າຍ​ຜິດ ຕ້ອງ​ໃຊ້​ຄືນ​ໃຫ້​ຄູ່ຄວາມ​ເຖິງ​ສອງ​ເທົ່າ.


ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ຂ້ຽນ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ໜ້ອຍ ຜູ້ໃດ​ໄດ້​ຮັບ​ຫລາຍ ກໍ​ຈະ​ທວງ​ເອົາ​ກັບ​ຜູ້ນັ້ນ​ຫລາຍ ແລະ​ຜູ້​ທີ່​ຮັບ​ຝາກ​ໄວ້​ຫລາຍ ເພິ່ນ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້ນັ້ນ​ຫລາຍ.”


ດ້ວຍເຫດນັ້ນ ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ຊັບສິນ​ອັນ​ບໍ່​ຍຸດຕິທຳ​ນີ້ ໃຜ​ຈະ​ມອບ​ຊັບສິນ​ອັນ​ແທ້​ໃຫ້​ແກ່​ພວກເຈົ້າ?


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka