1 ຖ້າຜູ້ໜຶ່ງລັກງົວຫລືແກະໄປຂ້າຫລືໄປຂາຍ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໂຕໜຶ່ງ ແລະໃຊ້ແກະຫ້າໂຕແທນແກະໂຕໜຶ່ງ.
ລາວຕ້ອງໃຊ້ຄືນເຖິງສີ່ເທົ່າຕໍ່ລູກແກະທີ່ລາວເອົາໄປນັ້ນ ເພາະລາວໄດ້ເຮັດໃນສິ່ງທີ່ໂຫດຮ້າຍຫລາຍ.”
ແຕ່ຖ້າຮູ້ວ່າງົວຂອງຕົນເຄີຍຊົນມາແລ້ວ ແລະເຈົ້າຂອງບໍ່ຮັກສາຫລືຜູກໄວ້ ລາວຕ້ອງເອົາງົວໂຕເປັນໃຊ້ແທນ ສ່ວນງົວໂຕຕາຍນັ້ນໃຫ້ຕົກເປັນຂອງຕົນ.”
ບໍ່ມີຄວາຍໄຖນາ ເລົ້າເຂົ້າກໍຫວ່າງເປົ່າ, ມີເຂົ້າເຕັມເລົ້າ ເພາະມີຄວາຍໄຖນາ.
ແຕ່ຖ້າຖືກຈັບໄດ້ ລາວຕ້ອງຈ່າຍຄືນເຈັດເທົ່າ ຄືລາວຕ້ອງເສຍທຸກສິ່ງທີ່ຕົນມີຢູ່.
ເຄື່ອງນຸ່ງຂອງເຈົ້າເປິເປື້ອນໄປດ້ວຍເລືອດຂອງຄົນຍາກຈົນ ແລະຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດຂອງຄົນຢ່ອງເຂົ້າໄປລັກເຄື່ອງໃນເຮືອນ. ທັງໆທີ່ເຈົ້າໄດ້ເຮັດສິ່ງທັງໝົດນີ້ກໍຕາມ
ຖ້າລາວຄືນຂອງຈຳນຳໃຫ້ແກ່ລູກໜີ້ ຫລືສົ່ງຂອງທີ່ຕົນໄດ້ລັກມານັ້ນ; ຖ້າລາວເຊົາເຮັດບາບແລະປະພຶດຕາມກົດບັນຍັດທັງຫລາຍທີ່ໃຫ້ຊີວິດ ລາວກໍຈະບໍ່ຕາຍ ແຕ່ຈະມີຊີວິດ.
ລາວຕ້ອງສາລະພາບຄວາມຜິດຂອງຕົນ ແລະໃຫ້ໃຊ້ແທນຄືນແກ່ຜູ້ທີ່ຕົນໄດ້ເຮັດຜິດນັ້ນ ທັງຕື່ມອີກຊາວເປີເຊັນ.
ແລ້ວຊັກຂ່າຍກໍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍຂໍມອບເຂົ້າຂອງທີ່ມີຢູ່ ໃຫ້ແກ່ຄົນຍາກຈົນເຄິ່ງໜຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງຜູ້ໃດ ຂ້ານ້ອຍກໍຂໍສົ່ງຄືນໃຫ້ລາວສີ່ເທົ່າ.”