4 ແຕ່ຖ້ານາຍຫາເມຍໃຫ້ ແລະນາງໄດ້ເກີດລູກບໍ່ວ່າຊາຍຫລືຍິງກໍດີ ຍິງນັ້ນແລະລູກຂອງນາງຈະຕ້ອງເປັນຄົນຂອງນາຍ ແລະຊາຍຜູ້ທີ່ເປັນທາດຮັບໃຊ້ນັ້ນ ຈະໜີໄປເປັນອິດສະຫລະໄດ້ແຕ່ຕົວຄົນດຽວ.
ແລ້ວຊາຣາຍກໍເວົ້າຕໍ່ອັບຣາມວ່າ, “ພຣະເຈົ້າຢາເວບໍ່ຍອມໃຫ້ຂ້ອຍມີລູກແກ່ເຈົ້າ. ເປັນຫຍັງຈຶ່ງບໍ່ໄປນອນນຳສາວໃຊ້ຂອງຂ້ອຍ? ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້.” ອັບຣາມກໍເຮັດຕາມຄຳແນະນຳຂອງຊາຣາຍ.
ແຕ່ລະຄົນຕ້ອງເຮັດພິທີຕັດ ແລະຈະຕ້ອງໝາຍໄວ້ໃນຮ່າງກາຍ ເພື່ອສະແດງວ່າພັນທະສັນຍາຂອງເຮົານັ້ນດຳລົງຢູ່ສືບໄປ.
ຖ້າລາວບໍ່ມີເມຍຂະນະທີ່ມາເປັນທາດຮັບໃຊ້ຂອງພວກເຈົ້ານັ້ນ, ເມື່ອລາວໄດ້ເປັນອິດສະຫລະແລ້ວ ລາວກໍບໍ່ຕ້ອງເອົາເມຍໄປນຳ, ແຕ່ຖ້າລາວມີເມຍມານຳ ເມື່ອລາວມາເປັນທາດຮັບໃຊ້ຂອງພວກເຈົ້ານັ້ນ ລາວກໍຕ້ອງເອົາເມຍໄປນຳ.
ແຕ່ຖ້າທາດຮັບໃຊ້ນັ້ນມາກ່າວຢ່າງເປີດເຜີຍແລະບໍຣິສຸດໃຈວ່າ ລາວຮັກນາຍຂອງຕົນ, ຮັກເມຍ ແລະລູກຂອງລາວ ແລະບໍ່ຢາກໜີໄປເປັນອິດສະຫລະ