Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 21:34 - ພຣະຄຳພີສັກສິ

34 ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ເຈົ້າຂອງ​ສັດ ແລະ​ສັດ​ໂຕ​ທີ່​ຕາຍ​ນີ້​ໃຫ້​ຕົກ​ເປັນ​ຂອງ​ເຈົ້າຂອງ​ນໍ້າສ້າງ.

Uka jalj uñjjattʼäta Copia luraña




ອົບພະຍົບ 21:34
9 Jak'a apnaqawi uñst'ayäwi  

ລາວ​ຕ້ອງ​ໃຊ້​ຄືນ​ເຖິງ​ສີ່​ເທົ່າ​ຕໍ່​ລູກແກະ​ທີ່​ລາວ​ເອົາ​ໄປ​ນັ້ນ ເພາະ​ລາວ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ຫລາຍ.”


“ຖ້າ​ຜູ້ໃດ​ເປີດ​ນໍ້າສ້າງ ຫລື​ຂຸດ​ບໍ່​ນໍ້າ ແລະ​ບໍ່​ອັດ​ໄວ້ ຖ້າ​ງົວ​ຫລື​ລໍ​ຕົກລົງ​ໃນ​ບໍ່ນໍ້າ​ນັ້ນ;


ຖ້າ​ງົວເຖິກ​ຂອງ​ຄົນ​ໜຶ່ງ​ຊົນ​ງົວເຖິກ​ຂອງ​ອີກ​ຄົນ​ໜຶ່ງ​ຕາຍ ລາວ​ຕ້ອງ​ຂາຍ​ງົວເຖິກ​ໂຕ​ທີ່​ຊົນ​ນັ້ນ ແລະ​ເອົາ​ເງິນ​ແບ່ງປັນ​ກັນ ທັງ​ໃຫ້​ເອົາ​ຊີ້ນ​ງົວ​ໂຕ​ທີ່​ຕາຍ​ນັ້ນ​ແບ່ງປັນ​ກັນ​ດ້ວຍ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢືມ​ສັດ​ລ້ຽງ​ຈາກ​ເພື່ອນບ້ານ​ຂອງຕົນ ແລະ​ສັດ​ນັ້ນ​ຖືກ​ອັນຕະລາຍ ຫລື​ຕາຍໄປ​ລະຫວ່າງ​ເຈົ້າຂອງ​ສັດ​ບໍ່​ຢູ່ ກໍ​ໃຫ້​ຜູ້​ຢືມ​ນັ້ນ​ຊົດໃຊ້​ຄືນ.


ຖ້າ​ຜູ້ໜຶ່ງ​ຈູດ​ໄຮ່ນາ​ຂອງຕົນ ແລະ​ໄຟ​ເລີຍ​ລຸກລາມ​ໄປ​ໄໝ້​ຫຍ້າ​ໃນ​ນາ​ຂອງ​ຄົນອື່ນ ທັງ​ໄໝ້​ຕົ້ນ​ເຂົ້າ​ທີ່​ເກີດ ຫລື​ທີ່​ໄດ້​ກ່ຽວ​ແລະ​ກອງ​ໄວ້​ດ້ວຍ ຜູ້​ທີ່​ຈູດ​ນາ​ນັ້ນ​ຕ້ອງ​ໃຊ້​ຄ່າ​ເສຍຫາຍ​ທັງໝົດ.


ແຕ່​ຖ້າ​ຖືກ​ຈັບ​ໄດ້ ລາວ​ຕ້ອງ​ຈ່າຍ​ຄືນ​ເຈັດ​ເທົ່າ ຄື​ລາວ​ຕ້ອງ​ເສຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່.


ຖ້າ​ລາວ​ຄືນ​ຂອງ​ຈຳນຳ​ໃຫ້​ແກ່​ລູກໜີ້ ຫລື​ສົ່ງ​ຂອງ​ທີ່​ຕົນ​ໄດ້​ລັກ​ມາ​ນັ້ນ; ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ປະພຶດ​ຕາມ​ກົດບັນຍັດ​ທັງຫລາຍ​ທີ່​ໃຫ້​ຊີວິດ ລາວ​ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ​ຊີວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka