30 ເຖິງຢ່າງໃດກໍດີ ຖ້າເຈົ້າຂອງງົວຍອມເສຍຄ່າຫົວເພື່ອແລກເອົາຊີວິດຂອງຕົນໄວ້ ລາວຕ້ອງຍອມຈ່າຍຕາມຈຳນວນເງິນທີ່ຖືກຮຽກຮ້ອງເອົາ.
ຖ້າມີຜູ້ຊາຍຕີກັນ ແລະໄປຕີຖືກຍິງຖືພາ ຈົນເປັນເຫດໃຫ້ລູກໃນທ້ອງຕາຍ ແຕ່ຜູ້ເປັນແມ່ບໍ່ໄດ້ເປັນອັນຕະລາຍແຕ່ປະການໃດ. ຜູ້ຕີນັ້ນຈະຕ້ອງຖືກປັບໄໝຕາມແຕ່ຜົວຂອງນາງຮຽກຮ້ອງເອົາ ໂດຍຄວາມເຫັນຊອບຂອງຜູ້ຕັດສິນຄວາມ.
ຖ້າງົວເຖິກນັ້ນເຄີຍຊົນຄົນມາແລ້ວ ແລະເຈົ້າຂອງງົວກໍໄດ້ຮັບການຕັກເຕືອນມາແລ້ວ ແຕ່ບໍ່ຜູກມັດງົວຂອງຕົນໄວ້. ຕໍ່ມາ ຖ້າມັນຊົນຄົນຕາຍ ຈົ່ງເອົາກ້ອນຫີນແກວ່ງໃສ່ງົວໂຕນັ້ນໃຫ້ຕາຍ ແລະເຈົ້າຂອງງົວຈະຕ້ອງຖືກລົງໂທດເຖິງຕາຍເໝືອນກັນ.
ຖ້າງົວເຖິກຊົນເດັກນ້ອຍຜູ້ຊາຍ ຫລືເດັກນ້ອຍຜູ້ຍິງຕາຍ ໃຫ້ລົງໂທດເຈົ້າຂອງງົວນັ້ນຕາມກົດນີ້ເຊັ່ນດຽວກັນ.
“ເມື່ອເຈົ້າຈົດທະບຽນສຳມະໂນຄົວປະຊາຊົນອິດສະຣາເອນ ຈົ່ງໃຫ້ຊາຍແຕ່ລະຄົນຈ່າຍຄ່າຊີວິດຂອງຕົນແກ່ພຣະເຈົ້າຢາເວ ເພື່ອວ່າໄພອັນຕະລາຍຈະບໍ່ມາຖືກພວກເຂົາ ໃນຂະນະທີ່ມີການຈົດທະບຽນນັ້ນ.
ຄົນຮັ່ງມີອາດໃຊ້ເງິນໄຖ່ຊີວິດໄວ້ໄດ້, ແຕ່ຄົນຍາກຈົນບໍ່ຄ່ອຍມີຄົນຂູ່ເຂັນ.