Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 21:26 - ພຣະຄຳພີສັກສິ

26 “ຖ້າ​ນາຍ​ຕີ​ຕາ​ແກ່ນ​ໜຶ່ງ​ຂອງ​ທາດຮັບໃຊ້​ໃຫ້​ບອດ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ເປັນ​ການ​ຈ່າຍ​ຄ່າ​ຕາ​ຂອງ​ລາວ.

Uka jalj uñjjattʼäta Copia luraña




ອົບພະຍົບ 21:26
14 Jak'a apnaqawi uñst'ayäwi  

ພວກເຮົາ​ກໍ​ເປັນ​ພີ່ນ້ອງ​ຊາວຢິວ​ເຊື້ອຊາດ​ດຽວກັນ. ລູກຫລານ​ຂອງ​ພວກເຮົາ​ກໍດີ​ສໍ່າໆ​ກັບ​ລູກຫລານ​ຂອງ​ພວກເຂົາ​ບໍ່​ແມ່ນ​ບໍ? ແຕ່​ພວກເຮົາ​ຕ້ອງ​ໃຫ້​ລູກຫລານ​ເປັນ​ທາດຮັບໃຊ້. ມີ​ລູກສາວ​ຂອງ​ພວກເຮົາ​ບາງຄົນ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ແລ້ວ. ພວກເຮົາ​ຈຶ່ງ​ໝົດຫວັງ ເພາະ​ໄຮ່​ນາ ແລະ​ສວນອະງຸ່ນ​ຂອງ​ພວກເຮົາ​ໄດ້​ຖືກ​ຢຶດ​ໄປ​ຈົນ​ໝົດ.”


ແຕ່​ພຣະອົງ​ເຫັນ ທັງ​ສັງເກດ​ເບິ່ງ​ຄວາມ​ເດືອດຮ້ອນ ຄວາມ​ທໍລະມານ ແລະ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍເຫລືອ ຄົນ​ຂາດ​ທີ່ເພິ່ງ​ກໍ​ມອບ​ຕົວ​ໄວ້​ກັບ​ພຣະອົງ ອົງ​ຊົງ​ຊ່ວຍເຫລືອ​ຄົນ​ຂັດສົນ​ຢູ່​ສະເໝີ.


ພຣະອົງ​ຊົງ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ຂົ່ມເຫັງ ແລະ​ສຽງ​ຂອງ​ລູກກຳພ້າ ແລະ​ຕັດສິນ​ເຂົ້າຂ້າງ​ເຂົາເຈົ້າ ເພື່ອ​ວ່າ​ມະນຸດ​ທີ່​ຕາຍເປັນ​ຈະ​ບໍ່ໄດ້​ຈອງຫອງ ສ້າງ​ຄວາມ​ຕົກໃຈ​ກົວ​ໃຫ້​ພວກເຂົາ​ຕໍ່ໄປ​ອີກ.


ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.


ຖ້າ​ຜູ້ໜຶ່ງ​ໃຊ້​ໄມ້​ຂ້ຽນຕີ​ທາດຮັບໃຊ້​ຂອງຕົນ​ຕາຍ​ຄາ​ມື ລາວ​ຕ້ອງ​ຖືກ​ລົງໂທດ.


ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ, ມື​ແທນ​ມື, ຕີນ​ແທນ​ຕີນ,


ຮອຍ​ໄຟ​ໄໝ້​ແທນ​ຮອຍ​ໄຟ​ໄໝ້, ບາດແຜ​ແທນ​ບາດແຜ, ຮອຍ​ບວມຊໍ້າ​ແທນ​ຮອຍບວມຊໍ້າ.”


ຖ້າ​ລາວ​ຕີ​ຖືກ​ແຂ້ວ​ຂອງ​ທາດຮັບໃຊ້​ຫັກ​ໄປ ລາວ​ຕ້ອງ​ປ່ອຍ​ທາດຮັບໃຊ້​ນັ້ນ​ໃຫ້​ເປັນ​ອິດສະຫລະ ເທົ່າ​ກັບ​ການ​ຈ່າຍ​ຄ່າ​ແຂ້ວ​ຂອງ​ທາດຮັບໃຊ້​ຜູ້ນັ້ນ.”


ຝ່າຍ​ນາຍ​ກໍ​ຈົ່ງ​ປະພຶດ​ຕໍ່​ຄົນ​ຮັບໃຊ້​ຂອງຕົນ​ໃນທຳນອງ​ດຽວກັນ ແລະ​ຈົ່ງ​ເຊົາ​ຂູ່ເຂັນ​ພວກເຂົາ ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ແລະ​ຄົນ​ຮັບໃຊ້​ຂອງ​ພວກເຈົ້າ ກໍ​ມີ​ເຈົ້ານາຍ​ຜູ້​ດຽວກັນ​ໃນ​ສະຫວັນ ແລະ​ພຣະອົງ​ບໍ່​ຊົງ​ເລືອກ​ໜ້າ​ຜູ້ໃດ.


ຢ່າ​ໃຫ້​ພວກເຂົາ​ຕັດສິນ​ແບບ​ເຂົ້າຂ້າງ​ອອກຂາ ແລະ​ຢ່າ​ຮັບ​ສິນຈ້າງ​ໃດໆ. ດ້ວຍວ່າ, ສິນຈ້າງ​ອັດຫູ​ບັງຕາ​ຄົນ​ສະຫລາດ​ແລະ​ຄົນ​ສັດຊື່ ແລະ​ພາ​ໃຫ້​ພວກເຂົາ​ຕັດສິນ​ຄວາມ​ຜິດພາດ​ໄດ້.


ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຄົນຮັບໃຊ້​ຂອງຕົນ ຢ່າງ​ຖືກຕ້ອງ​ແລະ​ທ່ຽງທຳ, ຈົ່ງ​ຮູ້​ໄວ້​ວ່າ ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka