ອົບພະຍົບ 21:2 - ພຣະຄຳພີສັກສິ2 ຖ້າພວກເຈົ້າຊື້ທາດຮັບໃຊ້ຊາຍ ຊຶ່ງເປັນຄົນເຮັບເຣີ ລາວຈະຢູ່ຮັບໃຊ້ເຈົ້າຫົກປີ. ໃນປີທີເຈັດເຈົ້າຕ້ອງປ່ອຍລາວໃຫ້ເປັນອິດສະຫລະ ໂດຍລາວບໍ່ຕ້ອງຈ່າຍຫຍັງເລີຍ. Uka jalj uñjjattʼäta |
ມີແມ່ໝ້າຍຜູ້ໜຶ່ງທີ່ຜົວຂອງນາງຢູ່ໃນກຸ່ມຜູ້ທຳນວາຍໄດ້ໄປຫາເອລີຊາ ແລະຮ້ອງຂໍວ່າ, “ທ່ານເອີຍ ຜົວຂອງຂ້ານ້ອຍຕາຍໄປແລ້ວ ທ່ານກໍຮູ້ວ່າລາວເປັນຄົນຮັບໃຊ້ທີ່ຢຳເກງພຣະເຈົ້າຢາເວ ແຕ່ເຈົ້າໜີ້ໄດ້ມາເອົາລູກຊາຍສອງຄົນຂອງຂ້ານ້ອຍໄປເປັນທາດຮັບໃຊ້ ເພື່ອຈ່າຍຄ່າໜີ້ທີ່ຜົວຂອງຂ້ານ້ອຍຕິດນັ້ນ.”
ແລະກ່າວວ່າ, “ຕາບໃດທີ່ພວກເຮົາຍັງເຮັດໄດ້ ພວກເຮົາຕ້ອງຊື້ພີ່ນ້ອງຊາວຢິວຂອງພວກເຮົາ ທີ່ໄດ້ຖືກຂາຍໃຫ້ແກ່ຊາວຕ່າງຊາດນັ້ນກັບຄືນມາ. ບັດນີ້ ພວກທ່ານກຳລັງຂາຍພີ່ນ້ອງຂອງພວກທ່ານເອງ ພຽງແຕ່ເພື່ອພວກເຂົາຈະໄດ້ຖືກຂາຍກັບຄືນມາໃຫ້ແກ່ພວກເຮົາ.” ພວກຜູ້ນຳພາກັນມິດຢູ່ ແລະບໍ່ຮູ້ວ່າຈະຕອບແນວໃດ.