18 ຖ້າມີການຕົບຕີຕໍ່ສູ້ກັນ ແລະຝ່າຍໜຶ່ງໃຊ້ກ້ອນຫີນຕີຫລືຊົກຕ່ອຍ, ແຕ່ອີກຝ່າຍໜຶ່ງບໍ່ເຖິງແກ່ຄວາມຕາຍ ລາວຈະບໍ່ໄດ້ຮັບໂທດ. ຖ້າຜູ້ທີ່ຖືກຕີນັ້ນເຈັບເຖິງຂັ້ນນອນປ່ວຍ,
ຂ້ານ້ອຍມີລູກຊາຍສອງຄົນ, ແຕ່ມື້ໜຶ່ງທັງສອງໄດ້ເກີດຜິດຖຽງກັນຢູ່ໃນທົ່ງນາ ແລະບໍ່ມີຜູ້ໃດແຍກພວກເຂົາອອກຈາກກັນໄດ້. ລູກຊາຍຄົນໜຶ່ງຈຶ່ງໄດ້ຂ້າລູກຊາຍອີກຄົນໜຶ່ງຕາຍ.
ມື້ຕໍ່ມາ ໂມເຊໄດ້ກັບໄປບ່ອນນັ້ນອີກ ແລະເທື່ອນີ້ລາວເຫັນຄົນເຮັບເຣີສອງຄົນກຳລັງຕີກັນຢູ່. ລາວຈຶ່ງໄດ້ຖາມຜູ້ເປັນຝ່າຍຜິດນັ້ນວ່າ, “ເປັນຫຍັງຈຶ່ງຕີຄົນຊາດດຽວກັນ?”
ຜູ້ໃດກໍຕາມທີ່ສາບແຊ່ງພໍ່ແມ່ຂອງຕົນ ຈະຕ້ອງໄດ້ຮັບໂທດເຖິງຕາຍ.
ແຕ່ຕໍ່ມາ ລາວສາມາດໃຊ້ໄມ້ຄ້ອນເທົ້າລຸກຍ່າງໄປມາໄດ້ ຝ່າຍຜູ້ຕີນັ້ນຈະຕ້ອງຈ່າຍຄ່າປ່ວຍການ ແລະເບິ່ງແຍງລາວຈົນຫາຍດີເປັນປົກກະຕິ.
ຖ້າຜູ້ໜຶ່ງໃຊ້ໄມ້ຂ້ຽນຕີທາດຮັບໃຊ້ຂອງຕົນຕາຍຄາມື ລາວຕ້ອງຖືກລົງໂທດ.
ຖ້າມີຜູ້ຊາຍຕີກັນ ແລະໄປຕີຖືກຍິງຖືພາ ຈົນເປັນເຫດໃຫ້ລູກໃນທ້ອງຕາຍ ແຕ່ຜູ້ເປັນແມ່ບໍ່ໄດ້ເປັນອັນຕະລາຍແຕ່ປະການໃດ. ຜູ້ຕີນັ້ນຈະຕ້ອງຖືກປັບໄໝຕາມແຕ່ຜົວຂອງນາງຮຽກຮ້ອງເອົາ ໂດຍຄວາມເຫັນຊອບຂອງຜູ້ຕັດສິນຄວາມ.
“ຖ້າຊາຍສອງຄົນຜິດຖຽງກັນ ແລະເມຍຂອງຊາຍຄົນໜຶ່ງພະຍາຍາມຊ່ວຍຜົວຂອງຕົນໄວ້ ໂດຍບີບອະໄວຍະວະສືບພັນຂອງຊາຍອີກຄົນໜຶ່ງ;