Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 21:17 - ພຣະຄຳພີສັກສິ

17 ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 21:17
11 Jak'a apnaqawi uñst'ayäwi  

ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.


ຖ້າ​ມີ​ການ​ຕົບຕີ​ຕໍ່ສູ້​ກັນ ແລະ​ຝ່າຍ​ໜຶ່ງ​ໃຊ້​ກ້ອນຫີນ​ຕີ​ຫລື​ຊົກ​ຕ່ອຍ, ແຕ່​ອີກ​ຝ່າຍ​ໜຶ່ງ​ບໍ່​ເຖິງ​ແກ່​ຄວາມ​ຕາຍ ລາວ​ຈະ​ບໍ່ໄດ້​ຮັບ​ໂທດ. ຖ້າ​ຜູ້​ທີ່​ຖືກ​ຕີ​ນັ້ນ​ເຈັບ​ເຖິງ​ຂັ້ນ​ນອນປ່ວຍ,


ຄົນ​ທີ່​ດ່າ​ພໍ່​ຕີ​ແມ່​ກໍ​ຈະ​ຈົບ​ຊີວິດ​ລົງ ດັ່ງ​ຕະກຽງ​ທີ່​ມອດ​ໃນ​ຄວາມມືດ.


ຜູ້​ທີ່​ດ່າ​ພໍ່​ແລະ​ບໍ່​ຊົມເຊີຍ​ແມ່​ຂອງຕົນ ຄົນ​ຢ່າງນີ້​ກໍມີ.


ຜູ້​ທີ່​ເຍາະເຍີ້ຍ​ພໍ່ ຫລື​ຊັງ​ແມ່​ຂອງຕົນ​ທີ່​ເຖົ້າແກ່​ແລ້ວ ຈະ​ຖືກ​ຝູງ​ແຮ້ງ ຫລື​ຝູງ​ກາ​ເຈາະ​ແກ່ນຕາ​ແລະ​ກັດກິນ.


“ຖ້າ​ວ່າ​ຜູ້ໜຶ່ງ​ມີ​ລູກຊາຍ​ທີ່​ດື້ດ້ານ​ແລະ​ບໍ່​ຢູ່​ໃນ​ຄຳ​ໂອວາດ ຄື​ລູກຊາຍ​ທີ່​ບໍ່​ຟັງ​ຄວາມ​ພໍ່​ແມ່​ຂອງ​ຕົນ ເຖິງ​ແມ່ນ​ວ່າ​ພໍ່​ແມ່​ໄດ້​ລົງໂທດ​ລາວ​ແລ້ວ​ກໍຕາມ.


ແລ້ວ​ຊາວ​ເມືອງ​ກໍ​ຈະ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ​ໃຫ້​ເຖິງ​ຕາຍ. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຈະ​ກຳຈັດ​ຄວາມ​ຊົ່ວຊ້າ​ເຊັ່ນນີ້​ໃຫ້​ໝົດ​ໄປ​ໄດ້. ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ຈະ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ ແລະ​ພວກເຂົາ​ຈະ​ຢ້ານກົວ.”


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka