16 ຜູ້ໃດກໍຕາມທີ່ລັກພາເອົາຄົນໄປ ບໍ່ວ່າຈະເອົາໄປຂາຍຕໍ່ ຫລືເອົາໄວ້ເປັນທາດຮັບໃຊ້ກໍຕາມ ຈະຕ້ອງໄດ້ຮັບໂທດເຖິງຕາຍ.
ແລະເມື່ອພໍ່ຄ້າຊາວມີດີອານບາງຄົນກາຍມາ ພວກເຂົາ ກໍດືງເອົາໂຢເຊັບຂຶ້ນມາແຕ່ນໍ້າສ້າງ ແລະຂາຍລາວໃຫ້ພໍ່ຄ້າຊາວອິດຊະມາເອນເປັນເງິນ 20 ຫລຽນ. ແລ້ວພວກພໍ່ຄ້າເຫຼົ່ານີ້ກໍພາໂຢເຊັບໄປປະເທດເອຢິບ.
ຕາມທີ່ຈິງແລ້ວ ຂ້ານ້ອຍຖືກຂາຍມາແຕ່ດິນແດນຂອງຊາວເຮັບເຣີ; ແມ່ນແຕ່ທີ່ປະເທດເອຢິບນີ້ ຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງເລີຍ ພໍທີ່ຈະຖືກຄຸກຍ້ອນ.”
ຢ່າລັກ.
ຜູ້ໃດກໍຕາມທີ່ຕົບຕີພໍ່ແມ່ຂອງຕົນ ຈະຕ້ອງໄດ້ຮັບໂທດເຖິງຕາຍ.
ຜູ້ໃດກໍຕາມ ທີ່ລັກເອົາພີ່ນ້ອງຊາວອິດສະຣາເອນໄປຮັບໃຊ້ຕົນ ຫລືເອົາໄປຂາຍເປັນທາດຮັບໃຊ້ຈະຕ້ອງຖືກໂທດເຖິງຕາຍ. ໃນທຳນອງນີ້ພວກເຈົ້າຈະກຳຈັດຄວາມຊົ່ວຮ້າຍນີ້.
ຄົນຜິດສິນທຳທາງເພດ, ຄົນຮັກຮ່ວມເພດດຽວກັນ, ຜູ້ຮ້າຍລັກຄົນ, ຄົນທີ່ຂີ້ຕົວະ ແລະກ່າວຄຳສາບານບໍ່ຈິງ ຫລືສິ່ງອື່ນໆກໍຕາມ ຊຶ່ງຂັດກັບຫລັກຄຳສັ່ງສອນອັນສັດຈິງ.
ສິນຄ້າເຫຼົ່ານັ້ນຄື: ຄຳ, ເງິນ, ເພັດພອຍຕ່າງໆແລະໄຂ່ມຸກ, ຜ້າປ່ານເນື້ອລະອຽດ, ຜ້າສີມ່ວງ, ຜ້າໄໝແລະຜ້າສີແດງເຂັ້ມ, ໄມ້ຫອມທຸກຊະນິດ, ເຄື່ອງໃຊ້ຕ່າງໆທີ່ເຮັດດ້ວຍງາຊ້າງ ແລະເຮັດດ້ວຍໄມ້ອັນມີຄ່າ, ເຮັດດ້ວຍທອງສຳຣິດ ເຮັດດ້ວຍເຫຼັກ ແລະເຮັດດ້ວຍຫີນອ່ອນ,