Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 21:14 - ພຣະຄຳພີສັກສິ

14 ແຕ່​ຖ້າ​ຄົນ​ໜຶ່ງ​ເກີດ​ໂມໂຫ ແລະ​ຂ້າ​ຄົນ​ຕາຍ​ໂດຍ​ເຈດຕະນາ ເຖິງ​ແມ່ນ​ຜູ້ນັ້ນ​ຈະ​ແລ່ນ​ໜີ​ມາ​ທີ່​ແທ່ນບູຊາ​ຂອງເຮົາ ເພື່ອ​ຂໍ​ຫລົບລີ້​ໄພ​ກໍຕາມ ລາວ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 21:14
18 Jak'a apnaqawi uñst'ayäwi  

ເມື່ອ​ອັບເນ​ມາ​ເຖິງ​ເມືອງ​ເຮັບໂຣນ ໂຢອາບ​ຈຶ່ງ​ພາ​ລາວ​ຫລີກ​ໄປ​ທາງ​ປະຕູ​ເມືອງ​ໂດຍ​ທຳທ່າ​ວ່າ​ຢາກ​ເວົ້າ​ກັບ​ລາວ​ເປັນ​ທາງ​ສ່ວນຕົວ. ໃນ​ທີ່ນັ້ນ ໂຢອາບ​ໄດ້​ໃຊ້​ມີດ​ແທງ​ທີ່​ທ້ອງ​ຂອງ​ລາວ. ອັບເນ​ຖືກ​ລອບ​ສັງຫານ​ເຊັ່ນນີ້ ເພາະ​ລາວ​ໄດ້​ຂ້າ​ອາສາເຮນ​ນ້ອງຊາຍ​ໂຢອາບ.


ເຢໂຮຍອາດາ​ບໍ່​ຢາກ​ໃຫ້​ຍານາງ​ອາທາລີຢາ​ຖືກ​ຂ້າ​ຢູ່​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ ສະນັ້ນ ເພິ່ນ​ຈຶ່ງ​ບອກ​ພວກ​ນາຍ​ທະຫານ​ວ່າ, “ພາ​ນາງ​ຜ່ານ​ແຖວ​ທະຫານ​ຍາມ​ອອກ​ໄປ ແລະ​ໃຫ້​ຂ້າ​ທຸກຄົນ​ທີ່​ພະຍາຍາມ​ຊ່ວຍກູ້​ເອົາ​ນາງ​ໄວ້.”


ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ຜູ້ໃດ​ກໍຕາມ​ທີ່​ຕົບຕີ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຜູ້​ມີ​ໂທດ​ຖານ​ຂ້າ​ຄົນ ກໍ​ກຳລັງ​ແລ່ນ​ໄປ​ສູ່​ຂຸມຝັງສົບ​ຢ່າ​ພະຍາຍາມ​ຢັບຢັ້ງ​ລາວ​ໄວ້.


ແຕ່​ຖ້າ​ຜູ້ໃດ​ຫາກ​ໃຊ້​ໂລຫະ ຫລື​ກ້ອນຫີນ ຫລື​ໄມ້ ເປັນ​ອາວຸດ​ຂ້າ​ຄົນ ລາວ​ກໍ​ຜິດ​ໃນ​ຖານ​ເປັນ​ຜູ້ຂ້າຄົນ ແລະ​ໃຫ້​ລົງໂທດ​ຄົນ​ນີ້​ເຖິງ​ຕາຍ.


ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແລ້ວ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ທັງ​ຂັດຂືນ​ຄຳສັ່ງ​ຂອງ​ພຣະອົງ ໂດຍ​ຍ່າງ​ມຸ້ງໜ້າ​ໄປ​ສູ່​ເຂດ​ເນີນພູ​ຢ່າງ​ອົງອາດ​ທະນົງ​ຕົວ.


ຖ້າ​ຜູ້ທຳນວາຍ​ຄົນ​ໃດ​ກ່າວ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ລາວ​ກ່າວ​ໄປ​ນັ້ນ​ບໍ່​ເປັນ​ຄວາມຈິງ ຖ້ອຍຄຳ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ. ມັນ​ເປັນ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ກ່າວ​ໂດຍ​ສິດ​ອຳນາດ​ຂອງຕົນເອງ. ສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ສົນໃຈ​ໃນ​ຄຳເວົ້າ​ຂອງ​ລາວ.”’


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຂ້າ​ຄົນ​ຢ່າງ​ລັບລີ້.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ດ້ວຍວ່າ, ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມຮູ້​ເລື່ອງ​ຄວາມຈິງ​ແລ້ວ ແຕ່​ຍັງ​ເຈດຕະນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູຊາ​ລຶບລ້າງ​ບາບ​ກໍ​ຈະ​ບໍ່ມີ​ເຫຼືອ​ຢູ່​ຕໍ່ໄປ.


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka