Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 21:13 - ພຣະຄຳພີສັກສິ

13 ຖ້າ​ຜູ້ໃດ​ບໍ່ໄດ້​ມີ​ເຈດຕະນາ​ຂ້າ​ເຂົາ, ແຕ່​ເຂົາ​ຕາຍ​ເພາະ​ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ເຂົາ​ຕາຍ. ຖ້າ​ເປັນ​ເຊັ່ນນັ້ນ ລາວ​ກໍ​ສາມາດ​ປົບໜີໄປ​ບ່ອນ​ທີ່​ເຮົາ​ກຳນົດ​ໄວ້​ໃຫ້​ໄດ້ ແລະ​ໃນ​ທີ່ນັ້ນ​ລາວ​ຈະ​ປອດໄພ.

Uka jalj uñjjattʼäta Copia luraña




ອົບພະຍົບ 21:13
13 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ຕໍ່​ອາບີໄຊ​ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ບໍ່ແມ່ນ​ເລື່ອງ​ຂອງ​ພວກເຈົ້າ ຖ້າ​ຄຳ​ປ້ອຍດ່າ​ນັ້ນ​ເປັນ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ບອກ​ລາວ ຜູ້ໃດ​ແດ່​ມີ​ສິດ​ຖາມ​ວ່າ, ‘ເປັນຫຍັງ​ລາວ​ຈຶ່ງ​ດ່າ​ເຮົາ?”’


ແຕ່​ຈັກກະພັດ​ອັດຊີເຣຍ​ມີ​ແຜນການ​ອັນ​ຮ້າຍກາດ​ໃນ​ໃຈ​ຂອງຕົນເອງ. ເພິ່ນ​ຕັ້ງໃຈ​ຈະ​ທຳລາຍ​ຫລາຍໆ​ຊົນຊາດ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ໃຫ້​ຍົກ​ເມືອງ​ລີ້ໄພ​ຫົກ​ເມືອງ​ໃຫ້​ແກ່​ຊາວ​ເລວີ ເພື່ອ​ວ່າ​ຜູ້​ທີ່​ຂ້າ​ຄົນ​ໂດຍ​ບໍ່​ເຈດຕະນາ​ຈະ​ມາ​ຫລົບລີ້​ຢູ່​ໄດ້. ໃຫ້​ຍົກ 42 ເມືອງ​ອື່ນ


“ຢ່າ​ຍົກຍ້າຍ​ຫລັກ​ໝາຍ​ເຂດແດນ​ຂອງ​ເພື່ອນບ້ານ ທີ່​ໄດ້​ປັກ​ໄວ້​ເປັນ​ເວລາ​ດົນນານ​ມາ​ແລ້ວ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.”


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ,


ທ່ານ​ຄົງ​ເຫັນ​ດ້ວຍ​ຕົນເອງ​ແລ້ວ​ວ່າ ເມື່ອ​ຫວ່າງກີ້​ນີ້ເອງ​ຢູ່​ໃນ​ຖໍ້າ​ນັ້ນ ພຣະເຈົ້າຢາເວ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳມື​ຂອງ​ຂ້ານ້ອຍ. ຄົນ​ຂອງ​ຂ້ານ້ອຍ​ບາງຄົນ​ບອກ​ໃຫ້​ຂ້ານ້ອຍ​ສັງຫານ​ທ່ານ​ເສຍ, ແຕ່​ຂ້ານ້ອຍ​ຮູ້ສຶກ​ອີດູ​ຕົນ​ທ່ານ​ຈຶ່ງ​ບອກ​ພວກເຂົາ​ວ່າ ຂ້ານ້ອຍ​ບໍ່ຄວນ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ ເພາະ​ທ່ານ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ເຈີມຕັ້ງ​ໄວ້.


ມື້ນີ້ ເຈົ້າ​ໄດ້​ສະແດງ​ໃຫ້​ຂ້ອຍ​ເຫັນ​ວ່າ​ເຈົ້າ​ດີ​ຕໍ່​ຂ້ອຍ​ເທົ່າໃດ ຍ້ອນ​ເຈົ້າ​ບໍ່ໄດ້​ຂ້າ​ຂ້ອຍ ໂດຍ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ຂ້ອຍ​ໄວ້​ຢູ່​ໃນ​ກຳມື​ຂອງ​ເຈົ້າ.


ພວກ​ທະຫານ​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ, “ນີ້​ແມ່ນ​ໂອກາດ​ຂອງທ່ານ​ແລ້ວ ພຣະເຈົ້າຢາເວ​ໄດ້​ມອບ​ສັດຕູ​ຂອງທ່ານ​ໄວ້​ຢູ່​ໃນ​ກຳມື​ຂອງທ່ານ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ບັດນີ້ ຈົ່ງ​ເຮັດ​ກັບ​ສັດຕູ​ຂອງທ່ານ​ຕາມ​ທີ່​ຕ້ອງການ​ສາ.” ດາວິດ​ຈຶ່ງ​ຄານ​ອອກ​ມາ​ຕັດ​ສົ້ນ​ເສື້ອລ່າມ​ຂອງ​ກະສັດ​ໂຊນ ໂດຍ​ທີ່​ເພິ່ນ​ບໍ່​ຮູ້​ຕົວ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka