Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:7 - ພຣະຄຳພີສັກສິ

7 ຢ່າ​ໃຊ້​ຊື່​ຂອງເຮົາ​ໄປ​ໃນ​ທາງ​ຊົ່ວຮ້າຍ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ, ພຣະເຈົ້າຢາເວ​ຈະ​ເອົາ​ໂທດ​ກັບ​ທຸກໆ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:7
25 Jak'a apnaqawi uñst'ayäwi  

ອີຊາກ​ຖາມ​ວ່າ, “ລູກ​ໄດ້​ມາ​ແຕ່​ໃສ​ໄວ​ແທ້?” ຢາໂຄບ​ຕອບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພໍ່​ຊ່ວຍ​ຫາ​ໃຫ້​ລູກ.”


ແຕ່​ເຈົ້າ​ບໍ່​ຕ້ອງ​ປ່ອຍ​ລາວ​ໄປ​ຢ່າງ​ບໍ່​ໃສ່​ໂທດ. ເຈົ້າ​ເປັນ​ຄົນມີ​ປັນຍາ ເຈົ້າ​ຮູ້​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ ຈົ່ງ​ພິຈາລະນາ​ໃຫ້​ລາວ​ຖືກ​ໂທດ​ປະຫານ.”


ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ​ກໍ​ຄິດ​ໃນໃຈ​ວ່າ, “ນາຍ​ຂອງເຮົາ​ໄດ້​ປ່ອຍ​ໃຫ້​ນາອາມານ​ໜີໄປ​ລ້າໆ ໂດຍ​ບໍ່ໄດ້​ຫຍັງໝົດ ເພິ່ນ​ຄວນ​ຮັບ​ເອົາ​ສິ່ງຂອງ​ທີ່​ຄົນ​ຊີເຣຍ​ຜູ້​ນັ້ນ​ມອບ​ໃຫ້. ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ເຮົາ​ຈະ​ແລ່ນ​ຕາມ​ລາວ​ໄປ ແລະ​ເອົາ​ບາງ​ສິ່ງ​ຈາກ​ລາວ.”


ພວກເຂົາ​ເວົ້າ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ກ່ຽວກັບ​ພຣະອົງ ຄື​ເວົ້າ​ຕໍ່ສູ້​ພຣະນາມ ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.


ຖ້າ​ຂ້ານ້ອຍ​ມີຫລາຍ​ເກີນໄປ ຂ້ານ້ອຍ​ອາດ​ເວົ້າ​ວ່າ​ຂ້ານ້ອຍ​ບໍ່​ຕ້ອງການ​ພຣະເຈົ້າຢາເວ​ກໍໄດ້, ແຕ່​ຖ້າ​ຂ້ານ້ອຍ​ທຸກໂພດ ຂ້ານ້ອຍ​ອາດ​ເປັນ​ຄົນ​ຂີ້ລັກ​ແລະ​ກະບົດ ຊຶ່ງ​ຈະ​ນຳ​ຄວາມ​ເສຍຫາຍ​ມາ​ສູ່​ພຣະນາມ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ແຕ່​ແລ້ວ​ພວກເຈົ້າ​ກໍໄດ້​ປ່ຽນໃຈ​ກັບ​ມາ​ລົບຫລູ່​ກຽດຕິຍົດ​ຂອງເຮົາ​ອີກ. ພວກເຈົ້າ​ທັງໝົດ​ໄດ້​ເອົາ​ທາດຮັບໃຊ້​ທີ່​ໄດ້​ຖືກ​ປົດປ່ອຍ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ນັ້ນ​ກັບ​ມາ ແລະ​ບັງຄັບ​ໃຫ້​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ຮູ້ຈັກ​ຢ່າງ​ຄັກແນ່​ວ່າ​ນາມ​ຂອງເຮົາ​ບໍຣິສູດ ແລະ​ຈະ​ບໍ່​ໃຫ້​ເຮົາ​ຕ້ອງ​ເສຍ​ຊື່ສຽງ​ອີກ​ຕໍ່ໄປ. ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.”’


ຢ່າ​ສາບານ​ອອກ​ນາມຊື່​ຂອງເຮົາ​ເພື່ອ​ຕົວະ ຊຶ່ງ​ເປັນ​ການ​ນຳ​ຄວາມ​ເສື່ອມເສຍ​ມາ​ສູ່​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ແຕ່​ເຮົາ​ຂໍ​ໃຫ້​ພຣະເຈົ້າ​ເປັນ​ພະຍານ​ແກ່​ເຮົາ ທີ່​ເຮົາ​ຍັງ​ບໍ່ໄດ້​ໄປ​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພື່ອ​ງົດ​ໂທດ​ຂອງ​ພວກເຈົ້າ​ໄວ້​ກ່ອນ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ຢ່າ​ໃຊ້​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທາງ​ທີ່​ຜິດ ເພາະ​ພຣະເຈົ້າຢາເວ​ຈະ​ລົງໂທດ​ທຸກຄົນ​ທີ່​ໃຊ້​ນາມຊື່​ຂອງ​ພຣະອົງ​ໃນ​ທາງ​ຜິດ.


ຈົ່ງ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ນະມັດສະການ​ພຣະອົງ ແລະ​ສາບານ​ໃນ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນໆ​ທັງໝົດ​ກໍ​ຄື ຢ່າ​ສາບານ​ດ້ວຍ​ອ້າງ​ເຖິງ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ສິ່ງ​ອື່ນໆ, ແຕ່​ສິ່ງໃດ “ແມ່ນ.” ກໍ​ໃຫ້​ວ່າ, “ແມ່ນ.” ສິ່ງໃດ​ທີ່ “ບໍ່ແມ່ນ.” ກໍ​ໃຫ້​ວ່າ, “ບໍ່ແມ່ນ.” ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ລົງໂທດ.


ບັດນີ້ ຈົ່ງ​ສາບານ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ຄອບຄົວ​ຂອງຂ້ອຍ​ຢ່າງ​ມີ​ໃຈ​ເມດຕາ ເໝືອນ​ດັ່ງ​ທີ່​ຂ້ອຍ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ ແລະ​ຈົ່ງ​ເຮັດ​ສັນຍາລັກ​ໃຫ້​ຂ້ອຍ​ໄດ້​ເຫັນ​ວ່າ​ພວກເຈົ້າ​ເປັນ​ຜູ້​ທີ່​ໄວ້ວາງໃຈ​ໄດ້


ສອດແນມ​ທັງສອງ​ຄົນ​ໄດ້​ບອກ​ນາງ​ວ່າ, “ພວກຂ້ອຍ​ຈະ​ເຮັດ​ຕາມ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ເຈົ້າ.


ຍ້ອນ​ດັ່ງນີ້ ພວກເຮົາ​ຈຳເປັນ​ຕ້ອງ​ໄວ້​ຊີວິດ​ຂອງ​ພວກເຂົາ. ຖ້າ​ພວກເຮົາ​ບໍ່​ເຮັດ​ຕາມ ພຣະເຈົ້າ​ຈະ​ລົງໂທດ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka