ອົບພະຍົບ 20:5 - ພຣະຄຳພີສັກສິ5 ຢ່ານົບຫລືຂາບໄຫວ້ຮູບເຫຼົ່ານັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ແລະເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫລອດທັງລູກຫລານຂອງພວກເຂົາ ເຖິງສາມ ແລະສີ່ຊົ່ວເຊັ່ນຄົນ. Uka jalj uñjjattʼäta |
ເພິ່ນຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຂ້ານ້ອຍຮັບໃຊ້ພຽງແຕ່ພຣະອົງມາຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທຳລາຍແທ່ນບູຊາຂອງພຣະອົງ ແລະໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະພວກເຂົາກໍພະຍາຍາມຈະຂ້າຂ້ານ້ອຍເສຍ.”
ທ່ານໄດ້ເດ່ສ່ວນທີ່ເບິ່ງຄືມືນັ້ນອອກມາຈັບຜົມຂ້າພະເຈົ້າ. ແລ້ວໃນນິມິດນີ້ ພຣະວິນຍານຂອງພຣະເຈົ້າກໍຍົກຂ້າພະເຈົ້າຂຶ້ນສູ່ອາກາດ ແລະນຳຂ້າພະເຈົ້າໄປທີ່ນະຄອນເຢຣູຊາເລັມ. ພຣະອົງໄດ້ນຳຂ້າພະເຈົ້າເຂົ້າໄປຂ້າງໃນເດີ່ນປະຕູທາງທິດເໜືອຂອງພຣະວິຫານ ບ່ອນທີ່ມີຮູບເຄົາຣົບຂອງຄວາມຫວງແຫນ ຊຶ່ງກະທຳໃຫ້ເກີດຄວາມຫວງແຫນ.
ໂດຍຮູບເຄົາຣົບຂອງພວກເຂົານັ້ນ ພວກເຂົາແກ້ງເຮັດໃຫ້ເຮົາໂມໂຫ ໂດຍແກ້ງເຮັດໃຫ້ເຮົາຫຶງຫວງ ຕໍ່ສິ່ງທີ່ພວກເຂົາເອີ້ນວ່າພະຂອງເຂົາເຈົ້ານັ້ນ; ພະເກ້ໆເຫຼົ່ານັ້ນລ້ວນແຕ່ເປັນພະທຽມ ບໍ່ແມ່ນພຣະເຈົ້າແທ້ຈັກດີ້. ສະນັ້ນ ເຮົາຈຶ່ງຈະໃຊ້ຊາດໜຶ່ງມາເຮັດໃຫ້ ພວກເຂົາເຈົ້າເກີດໂມໂຫ; ເຮົາຈະເຮັດໃຫ້ພວກເຂົາເກີດອິດສາ ຊົນຊາດເບົາປັນຍານີ້.
ຖ້າພວກເຈົ້າບໍ່ຖືຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ແລະຖ້າພວກເຈົ້າໄປຮັບໃຊ້ແລະຂາບໄຫວ້ພະອື່ນ ແລ້ວພຣະເຈົ້າຢາເວກໍຈະລົງໂທດພວກເຈົ້າດ້ວຍຄວາມໂກດຮ້າຍ ແລະໃນອີກບໍ່ດົນຈະບໍ່ມີໃຜໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມ ທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.”