Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:4 - ພຣະຄຳພີສັກສິ

4 ຢ່າ​ສ້າງ​ຮູບເຄົາຣົບ​ຢ່າງໃດ​ຢ່າງໜຶ່ງ​ສຳລັບ​ຕົນ ອັນ​ເປັນ​ຕົວແທນ​ຂອງ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ຢູ່​ໃຕ້​ນໍ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:4
41 Jak'a apnaqawi uñst'ayäwi  

ເມື່ອ​ຄິດ​ໄດ້​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ສ້າງ​ຮູບ​ງົວຄຳ​ສອງ​ໂຕ ແລະ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ດົນນານ​ພໍສົມຄວນ. ປະຊາຊົນ​ອິດສະຣາເອນ​ເອີຍ ນີ້ເດ ຄື​ບັນດາ​ພະ​ຂອງ​ພວກເຈົ້າ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ແລະ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ບໍ່​ໃຫ້​ຂາບໄຫວ້​ຮູບເຄົາຣົບ.


ເພິ່ນ​ຍັງ​ເອົາ​ເທວະຮູບ​ມາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ດາວິດ​ແລະ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ໃນ​ນະຄອນ​ເຢຣູຊາເລັມ ຄື​ໃນ​ວິຫານ​ນີ້ ແມ່ນ​ບ່ອນ​ທີ່​ເຮົາ​ໄດ້​ເລືອກເອົາ​ໃນ​ທ່າມກາງ​ເຂດແດນ​ທັງໝົດ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ໃຫ້​ເປັນ​ບ່ອນ​ທີ່​ນາມຊື່​ຂອງເຮົາ​ຈະ​ຕັ້ງ​ຢູ່​ຕະຫລອດໄປ.


ພວກເຂົາ​ກຸກກວນ​ພຣະອົງ​ໃຫ້​ໂກດຮ້າຍ​ສະເໝີມາ ໂດຍ​ມີ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເຄືອງໃຈ​ຫລາຍ ຍ້ອນ​ຮູບເຄົາຣົບ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ.


ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.


ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”


ພວກເຂົາ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ, ‘ພວກເຮົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ສະນັ້ນ ໃຫ້​ພວກເຮົາ​ເຮັດ​ຮູບ​ພະ​ເພື່ອ​ນຳພາ​ພວກເຮົາ​ສາ.’


ເພິ່ນ​ໄດ້​ຮວບຮວມ​ເອົາ​ຕຸ້ມຫູ​ທັງໝົດ ແລະ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ຄຳ​ໂຕໜຶ່ງ. ຕໍ່ມາ ປະຊາຊົນ​ກໍ​ເວົ້າ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ອັນນີ້ ແມ່ນ​ພະ​ຂອງ​ພວກເຮົາ​ຜູ້​ທີ່​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ພວກເຂົາ​ໄດ້​ປະຖິ້ມ​ການ​ດຳເນີນ​ຊີວິດ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ປະຕິບັດ; ພວກເຂົາ​ໄດ້​ເອົາ​ຄຳ​ມາ​ຫລໍ່​ເປັນ​ຮູບ​ງົວເຖິກ​ນ້ອຍ​ໂຕໜຶ່ງ ແລະ​ໄດ້​ຂາບໄຫວ້​ຮູບ​ນັ້ນ​ທັງ​ຖວາຍບູຊາ​ແກ່​ມັນ. ພວກເຂົາ​ກຳລັງ​ເວົ້າ​ວ່າ ຮູບ​ນັ້ນ​ແມ່ນ​ພະ​ຂອງ​ພວກເຂົາ ທີ່​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ຢ່າ​ເຮັດ​ຮູບ​ພະ​ໄວ້​ຂາບໄຫວ້.


ທຸກຄົນ​ທີ່​ວາງໃຈ​ໃນ​ຮູບເຄົາຣົບ​ທັງ​ຮ້ອງຫາ​ມັນ ກໍ​ຈະ​ຖືກ​ດູໝິ່ນ​ນິນທາ ແລະ​ອັບອາຍ​ຂາຍໜ້າ.”


ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.


ພວກ​ທີ່​ເຮັດ​ຮູບເຄົາຣົບ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ພວກເຂົາ​ທຸກຄົນ​ຈະ​ໄດ້​ຮັບ​ການ​ດູໝິ່ນ​ປະໝາດ.


ເຮົາ​ບອກ​ພວກເຂົາ​ໃຫ້​ໂຍນ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ ຊຶ່ງ​ພວກເຂົາ​ຮັກ​ນັ້ນ​ຖິ້ມ ແລະ​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ກັບ​ພະປອມ​ຂອງ​ເອຢິບ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເຂົ້າ​ໄປ​ເບິ່ງ. ກຳແພງ​ທັງໝົດ​ກໍ​ເຕັມ​ໄປ​ແຕ່​ຮູບ​ແຕ້ມ​ຂອງ​ຝູງ​ງູ ແລະ​ສັດ​ຕ່າງໆ​ທີ່​ເປັນ​ມົນທິນ ແລະ​ຮູບ​ສິ່ງຂອງ​ອື່ນໆ​ອີກ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຂາບໄຫວ້​ຢູ່.


ທ່ານ​ໄດ້​ເດ່​ສ່ວນ​ທີ່​ເບິ່ງ​ຄື​ມື​ນັ້ນ​ອອກ​ມາ​ຈັບ​ຜົມ​ຂ້າພະເຈົ້າ. ແລ້ວ​ໃນ​ນິມິດ​ນີ້ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ຍົກ​ຂ້າພະເຈົ້າ​ຂຶ້ນ​ສູ່​ອາກາດ ແລະ​ນຳ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ຂ້າງ​ໃນ​ເດີ່ນ​ປະຕູ​ທາງ​ທິດເໜືອ​ຂອງ​ພຣະວິຫານ ບ່ອນ​ທີ່​ມີ​ຮູບເຄົາຣົບ​ຂອງ​ຄວາມ​ຫວງແຫນ ຊຶ່ງ​ກະທຳ​ໃຫ້​ເກີດ​ຄວາມ​ຫວງແຫນ.


ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


“ຢ່າ​ສ້າງ​ຮູບເຄົາຣົບ ຫລື​ຕັ້ງ​ຮູບ​ຫລໍ່​ຮູບປັ້ນ, ເສົາ​ຫີນ ຫລື​ເສົາ​ຫີນ​ທີ່​ແກະສະຫລັກ​ເປັນ​ລວດລາຍ ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ເພື່ອ​ຂາບໄຫວ້​ມັນ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ແກ່​ລາວ​ຕໍ່ໜ້າ​ຢ່າງ​ຈະແຈ້ງ​ແລະ​ຢ່າງ​ບໍ່ມີ​ບັນຫາ; ລາວ​ໄດ້​ເຫັນ​ແມ່ນແຕ່​ຮູບຮ່າງ​ຂອງ​ພຣະເຈົ້າຢາເວ ເຫດໃດ​ພວກເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່ສູ້​ໂມເຊ ຜູ້ຮັບໃຊ້​ຂອງເຮົາ?”


ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່ຄວນ​ຖື​ວ່າ​ພຣະເຈົ້າ​ເປັນ​ຄື​ຮູບເຄົາຣົບ​ທີ່​ເປັນ​ຄຳ, ທີ່​ເປັນ​ເງິນ, ຫລື​ເປັນ​ຫີນ ທີ່​ຖືກ​ແກະສະຫລັກ​ດ້ວຍ​ສິນລະປະ ດ້ວຍ​ສີມື​ຂອງ​ນາຍຊ່າງ​ຜູ້​ຊຳນານ.


ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.


ຢ່າ​ສ້າງ​ເສົາ​ຫີນ​ໃດໆ​ເປັນ​ຮູບເຄົາຣົບ​ໄວ້​ຂາບໄຫວ້ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ສິ່ງ​ເຫຼົ່ານີ້.”


‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ຢ່າ​ສ້າງ​ຮູບເຄົາຣົບ​ໃດໆ​ທັງ​ສິ້ນ​ໄວ້​ສຳລັບ​ຕົນ ບໍ່​ວ່າ​ຈະ​ເປັນ​ຮູບ​ທີ່​ສະແດງ​ສິ່ງໃດ​ສິ່ງໜຶ່ງ​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ໃນ​ນໍ້າ​ໃຕ້​ແຜ່ນດິນ​ໂລກ.


ເທວະດາ​ຕົນ​ທຳອິດ​ໄດ້​ໄປ​ຖອກ​ຂັນ​ຂອງຕົນ​ໃສ່​ແຜ່ນດິນ​ໂລກ. ຕຸ່ມຝີ​ອັນ​ຮ້າຍແຮງ ແລະ​ເຮັດ​ໃຫ້​ເຈັບປວດ ໄດ້​ເກີດຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ​ພວກ​ທີ່​ຂາບໄຫວ້​ຮູບ​ຂອງ​ມັນ.


ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.


ແລ້ວ​ມີກາ​ກໍ​ເອົາ​ເງິນ​ສົ່ງ​ຄືນ​ໃຫ້​ແມ່​ຂອງຕົນ. ນາງ​ເວົ້າ​ວ່າ, “ເພື່ອ​ໃຫ້​ລູກ​ຂອງ​ແມ່​ພົ້ນ​ຈາກ​ຄຳສາບແຊ່ງ ແມ່​ຂໍ​ຖວາຍ​ເງິນ​ຈຳນວນ​ນີ້​ຢ່າງ​ໃຈ​ຈິງ​ແກ່​ພຣະເຈົ້າຢາເວ. ເຈົ້າ​ຈະ​ຕ້ອງ​ເອົາ​ເງິນ​ນີ້​ໄປ​ໃຊ້​ເຄືອບ​ຮູບເຄົາຣົບ​ເປັນ​ໄມ້. ບັດນີ້ ແມ່​ຂໍ​ເອົາ​ເງິນ​ນີ້​ມອບ​ຄືນ​ໃຫ້​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka