Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:23 - ພຣະຄຳພີສັກສິ

23 ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:23
21 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ຈຶ່ງ​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ບັນດາ​ຮູບ​ພະ​ຂອງ​ພວກເຂົາ​ຢູ່ ຕາມ​ຮີດຄອງ​ຂອງ​ດິນແດນ​ທີ່​ຕົນ​ໄດ້​ໜີ​ມາ​ນັ້ນ.


ສະນັ້ນ ປະຊາຊົນ​ເຫຼົ່ານັ້ນ​ຈຶ່ງ​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ຮູບ​ພະ​ຂອງ​ພວກເຂົາ​ຄືກັນ ແລະ​ທຸກ​ວັນນີ້ ບັນດາ​ລູກຫລານ​ຂອງ​ພວກເຂົາ​ກໍ​ຍັງ​ສືບຕໍ່​ເຮັດ​ຄື​ເກົ່າ​ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດມາ.


ແລ້ວ​ໂມເຊ​ກໍ​ກັບ​ໄປ​ເຝົ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ​ຫລາຍ. ພວກເຂົາ​ໄດ້​ເອົາ​ຄຳ​ຫລໍ່​ເປັນ​ພະ​ແລະ​ຂາບໄຫວ້.


ຢ່າ​ເຮັດ​ຮູບ​ພະ​ໄວ້​ຂາບໄຫວ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ບັດນີ້ ຊາວ​ອິດສະຣາເອນ​ທັງໝົດ​ເອີຍ ຈົ່ງ​ປະພຶດ​ຕົນ​ໃຫ້​ເໝາະສົມ​ສາ ຈົ່ງ​ຮັບໃຊ້​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ຕໍ່ໄປ ແຕ່​ເຮົາ​ຂໍ​ເຕືອນ​ພວກເຈົ້າ​ວ່າ ຫລັງຈາກ​ນີ້​ແລ້ວ​ພວກເຈົ້າ​ຈະ​ຕ້ອງ​ເຊື່ອຟັງ​ເຮົາ ແລະ​ເຊົາ​ລົບຫລູ່​ນາມ​ອັນ​ສັກສິດ​ຂອງເຮົາ ໂດຍ​ຢຸດ​ຖວາຍບູຊາ​ແກ່​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ.


ກະສັດ​ທັງຫລາຍ​ສ້າງ​ຂອບ​ປະຕູ ແລະ​ເສົາ​ປະຕູ​ວັງ​ຂອງ​ພວກເຂົາ ໃສ່​ຕໍ່ໜ້າ​ຂອບ​ປະຕູ​ກັບ​ເສົາ​ປະຕູ​ຂອງ​ພຣະວິຫານ​ຂອງເຮົາ ເພື່ອ​ວ່າ​ຈະ​ໃຫ້​ມີ​ແຕ່​ຝາ​ເທົ່ານັ້ນ​ຂັ້ນ​ລະຫວ່າງ​ວິຫານ​ຂອງເຮົາ​ແລະ​ເຮືອນ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ໃຫ້​ນາມ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ ໂດຍ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ; ສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ແລະ​ທຳລາຍ​ພວກເຂົາ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ແລະ​ສັນລະເສີນ​ບັນດາ​ຮູບພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ.


ຢ່າ​ປະຖິ້ມ​ເຮົາ​ແລະ​ຂາບໄຫວ້​ຮູບເຄົາຣົບ; ຢ່າ​ເອົາ​ໂລຫະ​ມາ​ເຮັດ​ຮູບ​ພະ ແລະ​ຂາບໄຫວ້​ຮູບ​ນັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


‘ຄຳສາບແຊ່ງ​ເປັນ​ຂອງ​ທຸກໆ​ຄົນ ທີ່​ໃຊ້​ຫີນ, ໄມ້ ແລະ​ໂລຫະ ເຮັດ​ຮູບເຄົາຣົບ​ແລະ​ຂາບໄຫວ້​ຮູບ​ນັ້ນ​ຢ່າງ​ລັບລີ້; ພຣະເຈົ້າຢາເວ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ພວກເຈົ້າ​ໄດ້​ເຫັນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າລັງກຽດ ທີ່​ພວກເຂົາ​ເຮັດ​ດ້ວຍ​ໄມ້, ຫີນ, ເງິນ ແລະ​ຄຳ.


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ແລ້ວ​ມີກາ​ກໍ​ເອົາ​ເງິນ​ສົ່ງ​ຄືນ​ໃຫ້​ແມ່​ຂອງຕົນ. ນາງ​ເວົ້າ​ວ່າ, “ເພື່ອ​ໃຫ້​ລູກ​ຂອງ​ແມ່​ພົ້ນ​ຈາກ​ຄຳສາບແຊ່ງ ແມ່​ຂໍ​ຖວາຍ​ເງິນ​ຈຳນວນ​ນີ້​ຢ່າງ​ໃຈ​ຈິງ​ແກ່​ພຣະເຈົ້າຢາເວ. ເຈົ້າ​ຈະ​ຕ້ອງ​ເອົາ​ເງິນ​ນີ້​ໄປ​ໃຊ້​ເຄືອບ​ຮູບເຄົາຣົບ​ເປັນ​ໄມ້. ບັດນີ້ ແມ່​ຂໍ​ເອົາ​ເງິນ​ນີ້​ມອບ​ຄືນ​ໃຫ້​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka