22 ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກຊາວອິດສະຣາເອນວ່າ, “ພວກເຈົ້າໄດ້ເຫັນດ້ວຍຕົນເອງແລ້ວວ່າ ເຮົາໄດ້ກ່າວກັບພວກເຈົ້າອອກມາຈາກສະຫວັນ.
ທີ່ພູເຂົາຊີນາຍພຣະອົງໄດ້ລົງມາຈາກສະຫວັນ; ພຣະອົງໄດ້ກ່າວແກ່ປະຊາຊົນໃນທີ່ນັ້ນ ແລະໄດ້ມອບກົດບັນຍັດທີ່ດີແກ່ພວກເພິ່ນ ທັງຄຳສັ່ງສອນທີ່ມີຫລັກແກ່ພວກເພິ່ນດ້ວຍ.
ມີປະຊາຊົນຊາດໃດໆຍັງມີຊີວິດຢູ່ເໝືອນດັ່ງພວກເຈົ້າແດ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າກ່າວແກ່ພວກເຂົາອອກມາຈາກແປວໄຟ.
ພຣະອົງໃຫ້ພວກເຈົ້າໄດ້ຍິນສຽງຂອງພຣະອົງຈາກສະຫວັນ ເພື່ອພຣະອົງຈະສອນພວກເຈົ້າ ແລະທີ່ເທິງແຜ່ນດິນໂລກນີ້ ພຣະອົງກໍໄດ້ໃຫ້ພວກເຈົ້າເຫັນໄຟອັນສັກສິດຂອງພຣະອົງ ແລະຈາກໄຟນັ້ນພຣະອົງໄດ້ກ່າວແກ່ພວກເຈົ້າ.
ແລະເວົ້າວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ສຳແດງຄວາມຍິ່ງໃຫຍ່ແລະສະຫງ່າຣາສີຂອງພຣະອົງໃຫ້ເຫັນ ເມື່ອພວກເຮົາໄດ້ຍິນພຣະອົງກ່າວອອກມາຈາກແປວໄຟ. ວັນນີ້ ພວກເຮົາໄດ້ເຫັນມະນຸດຍັງສືບຕໍ່ມີຊີວິດຢູ່ ເຖິງແມ່ນວ່າພຣະເຈົ້າໄດ້ກ່າວແກ່ພວກເຂົາກໍຕາມ.
ມີມະນຸດຜູ້ໃດແດ່ທີ່ຈະຍັງມີຊີວິດຢູ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າກ່າວອອກມາຈາກແປວໄຟກັບເຂົາ?