ອົບພະຍົບ 20:21 - ພຣະຄຳພີສັກສິ21 ແຕ່ປະຊາຊົນຍັງສືບຕໍ່ຢືນຢູ່ຫ່າງໆ ແລະມີແຕ່ໂມເຊຜູ້ດຽວເທົ່ານັ້ນ ທີ່ກ້າຫຍັບເຂົ້າໄປໃກ້ເມກອັນຕຶບໜາ ບ່ອນທີ່ພຣະເຈົ້າສະຖິດຢູ່ນັ້ນ. Uka jalj uñjjattʼäta |
ແມ່ນຂໍ້ຄຳສັ່ງເຫຼົ່ານີ້ແຫຼະ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທຸກຄົນ ເມື່ອພວກເຈົ້າໄດ້ເຕົ້າໂຮມກັນທີ່ເທິງພູນັ້ນ. ເມື່ອພຣະອົງໄດ້ກ່າວດ້ວຍສຽງທີ່ເຕັມດ້ວຍຣິດອຳນາດ ຈາກແປວໄຟແລະຈາກເມກອັນໜາຕຶບ ພຣະອົງໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ ແລະບໍ່ມີຂໍ້ຄຳສັ່ງອື່ນອີກ ແລ້ວພຣະອົງກໍໄດ້ຈາລຶກຂໍ້ຄຳສັ່ງເຫຼົ່ານັ້ນ ໃສ່ແຜ່ນຫີນສອງແຜ່ນ ແລະມອບໃຫ້ຂ້າພະເຈົ້າ.”