ອົບພະຍົບ 20:2 - ພຣະຄຳພີສັກສິ2 “ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້. Uka jalj uñjjattʼäta |
ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.”
ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນທາດຮັບໃຊ້ຂອງຊາວເອຢິບອີກຕໍ່ໄປ. ເຮົາໄດ້ຕັດແລະຫັກແອກ ທີ່ເຮັດໃຫ້ກຽດແລະສັກສີຂອງພວກເຈົ້າຕົກຕໍ່າ ແລະທັງໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ຍ່າງໄປມາຢ່າງສະຫງ່າຜ່າເຜີຍ.”
ແຕ່ພຣະເຈົ້າຢາເວຮັກພວກເຈົ້າ ແລະຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຊ່ວຍພວກເຈົ້າໃຫ້ພົ້ນດ້ວຍພຣະຫັດອັນຊົງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະຊົງໄຖ່ພວກເຈົ້າໃຫ້ອອກຈາກເຮືອນທີ່ເຈົ້າເປັນທາດຮັບໃຊ້ ອອກຈາກເງື້ອມມືຂອງກະສັດຟາໂຣແຫ່ງປະເທດເອຢິບ.
ຢູ່ຕໍ່ມາ ເທວະດາຂອງພຣະເຈົ້າຢາເວໄດ້ຈາກເມືອງກິນການ ໄປທີ່ເມືອງໂບກິມ. ເທວະດາຕົນນີ້ໄດ້ກ່າວແກ່ຊາວອິດສະຣາເອນວ່າ, “ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ແລະພາພວກເຈົ້າເຂົ້າໄປໃນດິນແດນ ທີ່ເຮົາໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຈົ້າ. ເຮົາໄດ້ບອກພວກເຈົ້າວ່າ ‘ເຮົາຈະບໍ່ລຶບລ້າງພັນທະສັນຍາທີ່ມີໄວ້ກັບພວກເຈົ້າຈັກເທື່ອ.