19 ພວກເຂົາຕ່າງກໍເວົ້າກັບໂມເຊວ່າ, “ຖ້າທ່ານກ່າວກັບພວກເຮົາ ພວກເຮົາຈະຍອມຟັງທ່ານ, ແຕ່ຖ້າພຣະເຈົ້າກ່າວແກ່ພວກເຮົາ ພວກເຮົາຈະຕ້ອງຕາຍເປັນແນ່.”
ລາວຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນ; ຂ້ານ້ອຍຢ້ານຫລາຍ ຈຶ່ງຫລົບລີ້ຊ່ອນຕົວຢູ່ ເພາະຂ້ານ້ອຍປະເປືອຍຢູ່.”
ຢາໂຄບເວົ້າວ່າ, “ຂ້ອຍໄດ້ເຫັນພຣະເຈົ້າຕໍ່ໜ້າຕໍ່ຕາ ແລະຂ້ອຍຍັງບໍ່ຕາຍ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ບ່ອນນັ້ນວ່າ “ເປນີເອນ.”
ເຈົ້າຈະບໍ່ເຫັນໜ້າເຮົາ ເພາະວ່າບໍ່ມີຜູ້ໃດທີ່ໄດ້ເຫັນໜ້າເຮົາແລ້ວມີຊີວິດຢູ່.”
ໂມເຊຜູ້ນີ້ແຫຼະ ທີ່ຮ່ວມຊຸມນຸມກັບປະຊາຊົນອິດສະຣາເອນ ຢູ່ໃນຖິ່ນແຫ້ງແລ້ງກັນດານ ເພິ່ນໄດ້ຢູ່ໃນທີ່ນັ້ນກັບບັນພະບຸລຸດຂອງພວກເຮົາ ແລະກັບເທວະດາຕົນທີ່ໄດ້ກ່າວແກ່ເພິ່ນທີ່ເທິງພູເຂົາຊີນາຍ ບ່ອນທີ່ເພິ່ນໄດ້ຮັບພຣະທຳອັນມີຊີວິດຖາວອນມາໃຫ້ພວກເຮົາ.
ຖ້າດັ່ງນັ້ນແລ້ວ ມີກົດບັນຍັດໄວ້ເພື່ອຫຍັງ? ທີ່ເພີ່ມກົດບັນຍັດໄວ້ ກໍເພື່ອຄວາມຜິດບາບຈະໄດ້ປາກົດເປັນການລ່ວງລະເມີດ ຈົນກວ່າເຊື້ອສາຍທີ່ໄດ້ຮັບພຣະສັນຍານັ້ນຈະມາເຖິງ ພວກເທວະດາໄດ້ແຕ່ງຕັ້ງກົດບັນຍັດນັ້ນໄວ້ໂດຍມືຂອງຄົນກາງ.
ໃນມື້ເຕົ້າໂຮມກັນທີ່ພູເຂົາຊີນາຍນັ້ນ ພວກເຈົ້າໄດ້ຂໍຮ້ອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ, ‘ຢ່າໃຫ້ໄດ້ຍິນສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວ ຫລືເຫັນແປວໄຟທີ່ພຣະອົງສະຖິດຢູ່ນັ້ນອີກຕໍ່ໄປ ຍ້ອນພວກເຈົ້າຢ້ານກົວຈົນເກືອບຈະຕາຍ.’
ຂ້າພະເຈົ້າໄດ້ຢືນຢູ່ທາງກາງລະຫວ່າງພວກເຈົ້າ ແລະພຣະເຈົ້າຢາເວໃນຄາວນັ້ນ ເພື່ອບອກສິ່ງທີ່ພຣະອົງໄດ້ກ່າວໃຫ້ພວກເຈົ້າຮູ້ ເພາະພວກເຈົ້າຢ້ານແປວໄຟແລະບໍ່ກ້າຂຶ້ນມາເທິງພູ. ພຣະເຈົ້າຢາເວກ່າວວ່າ,
ເຖິງສຽງແກແລະເຖິງພຣະສຸຣະສຽງ ຊຶ່ງຄົນທັງຫລາຍເມື່ອໄດ້ຍິນແລ້ວ ໄດ້ອ້ອນວອນຂໍບໍ່ໃຫ້ຊົງກ່າວຈັກຄຳຕໍ່ພວກເຂົາອີກ.