18 ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ ແລະສຽງແກດັງກ້ອງສະໜັ່ນ ທັງເຫັນຟ້າແມບເຫລື້ອມ ແລະຄວັນໄຟພຸ່ງຂຶ້ນທີ່ພູເຂົານັ້ນ ພວກເຂົາກໍຢ້ານກົວຕົວສັ່ນແລະຫຍັບອອກຫ່າງໆ.
ເມື່ອຕາເວັນຕົກດິນແລ້ວ ໃນທັນໃດ ກໍມີເຕົາໄຟອັນຮ້ອນທີ່ມີຄວັນພຸ່ງຂຶ້ນ ແລະມີໂຄມໄຟທີ່ມີແສງຮຸ່ງເຮືອງປາກົດຂຶ້ນໃຫ້ເຫັນ ຜ່ານກາງຊາກຂອງສັດເຫຼົ່ານັ້ນໄປ.
ລາວຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນ; ຂ້ານ້ອຍຢ້ານຫລາຍ ຈຶ່ງຫລົບລີ້ຊ່ອນຕົວຢູ່ ເພາະຂ້ານ້ອຍປະເປືອຍຢູ່.”
ເມື່ອມີຄວາມເດືອດຮ້ອນພວກເຈົ້າໄດ້ເອີ້ນຫາເຮົາ ເຮົາກໍໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ໄດ້ພົ້ນ. ຈາກທີ່ລັບລີ້ມີລົມພະຍຸ ເຮົາໄດ້ຕອບພວກເຈົ້າ ທີ່ແມ່ນໍ້າເມຣີບາ ເຮົາໄດ້ທົດລອງພວກເຈົ້າ.
ພຣະເຈົ້າຢາເວກ່າວວ່າ, “ເຮົາແມ່ນພຣະເຈົ້າຜູ້ຢູ່ທຸກທີ່ທຸກບ່ອນ ແລະບໍ່ໄດ້ຢູ່ແຕ່ໃນບ່ອນດຽວ.”
ໃນມື້ເຕົ້າໂຮມກັນທີ່ພູເຂົາຊີນາຍນັ້ນ ພວກເຈົ້າໄດ້ຂໍຮ້ອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ, ‘ຢ່າໃຫ້ໄດ້ຍິນສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວ ຫລືເຫັນແປວໄຟທີ່ພຣະອົງສະຖິດຢູ່ນັ້ນອີກຕໍ່ໄປ ຍ້ອນພວກເຈົ້າຢ້ານກົວຈົນເກືອບຈະຕາຍ.’
ພຣະອົງໃຫ້ພວກເຈົ້າໄດ້ຍິນສຽງຂອງພຣະອົງຈາກສະຫວັນ ເພື່ອພຣະອົງຈະສອນພວກເຈົ້າ ແລະທີ່ເທິງແຜ່ນດິນໂລກນີ້ ພຣະອົງກໍໄດ້ໃຫ້ພວກເຈົ້າເຫັນໄຟອັນສັກສິດຂອງພຣະອົງ ແລະຈາກໄຟນັ້ນພຣະອົງໄດ້ກ່າວແກ່ພວກເຈົ້າ.
“ເມື່ອພູທັງໜ່ວຍລຸກເປັນໄຟ ແລະພວກເຈົ້າໄດ້ຍິນສຽງດັງອອກມາຈາກທີ່ມືດ ບັນດາຜູ້ນຳແລະພວກຫົວໜ້າເຜົ່າຕ່າງໆກໍໄດ້ມາຫາຂ້າພະເຈົ້າ
ແຕ່ເປັນຫຍັງພວກເຮົາຕ້ອງສ່ຽງກັບຄວາມຕາຍຢ່າງນີ້ອີກ? ໄຟອັນໜ້າຢ້ານຈະທຳລາຍພວກເຮົາ. ພວກເຮົາຕ້ອງຕາຍຄາວນີ້ແທ້ໆ ຖ້າພວກເຮົາໄດ້ຍິນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວອີກ.
ໂມເຊເອີຍ ຈົ່ງກັບຄືນໄປຟັງທຸກຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ກ່າວສາ. ແລ້ວໃຫ້ທ່ານກັບມາບອກພວກເຮົາ ໃນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ກ່າວແກ່ທ່ານ. ພວກເຮົາຈະເຊື່ອຟັງ ແລະປະຕິບັດຕາມ.’
ຂ້າພະເຈົ້າໄດ້ຢືນຢູ່ທາງກາງລະຫວ່າງພວກເຈົ້າ ແລະພຣະເຈົ້າຢາເວໃນຄາວນັ້ນ ເພື່ອບອກສິ່ງທີ່ພຣະອົງໄດ້ກ່າວໃຫ້ພວກເຈົ້າຮູ້ ເພາະພວກເຈົ້າຢ້ານແປວໄຟແລະບໍ່ກ້າຂຶ້ນມາເທິງພູ. ພຣະເຈົ້າຢາເວກ່າວວ່າ,