Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:16 - ພຣະຄຳພີສັກສິ

16 ຢ່າ​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:16
23 Jak'a apnaqawi uñst'ayäwi  

ແລະ​ເປັນ​ຜູ້​ທີ່​ບໍ່​ເວົ້າ​ໃຫ້​ຄົນອື່ນ​ເສຍຫາຍ ບໍ່​ເຮັດ​ຜິດ​ຕໍ່​ໝູ່ຄູ່​ແລະ​ບໍ່​ກ່າວຂວັນ​ນິນທາ​ເພື່ອນບ້ານ.


ຢ່າ​ນຳ​ເອົາ​ເລື່ອງ​ບໍ່​ຈິງ​ໄປ​ເລົ່າ​ຕໍ່ໆ​ກັນ ແລະ​ຢ່າ​ຊ່ວຍ​ຄົນ​ຜິດ​ໂດຍ​ໃຫ້​ຄຳ​ພະຍານ​ບໍ່​ຈິງ.


ຜູ້​ທີ່​ອຳ​ຄວາມ​ກຽດຊັງ​ໄວ້ ກໍ​ເປັນ​ຄົນ​ຂີ້ຕົວະ ຜູ້​ທີ່​ຫາ​ເວົ້າຂວັນ​ຄົນ ກໍ​ເປັນ​ຄົນໂງ່ຈ້າ.


ບໍ່ມີ​ໃຜ​ຫ່ອນ​ໄຂ​ຄວາມລັບ​ກັບ​ຄົນ​ປາກບອນ, ແຕ່​ຄົນ​ທີ່​ໄວ້ໃຈ​ໄດ້​ກໍ​ເກັບກຳ​ຄວາມລັບ​ໄວ້​ໄດ້.


ຄົນ​ເວົ້າຕົວະ​ໃນ​ສານ​ກໍ​ຈະ​ຖືກ​ໂທດ ທາງ​ຫລີກລຽງ​ໂທດ​ນັ້ນ​ຈະ​ບໍ່ມີ​ເລີຍ.


ການ​ໃສ່​ຮ້າຍ​ຄົນອື່ນ​ເປັນ​ເໝືອນ​ດາບ ໄມ້ຄ້ອນ ຫລື​ລູກທະນູ​ອັນ​ແຫລມຄົມ​ທີ່​ທຳລາຍ​ຄົນ.


ຢ່າ​ລັກ, ຢ່າ​ຕົວະ, ຢ່າ​ຫລອກລວງ​ກັນແລະກັນ.


ຢ່າ​ທຽວໄປ​ທຽວມາ​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ ຢ່າ​ປອງຮ້າຍ​ຕໍ່​ຊີວິດ​ເພື່ອນບ້ານ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຢ່າ​ແກ້ແຄ້ນ​ຫລື​ຜູກ​ພະຍາບາດ​ກັບ​ຜູ້ໃດ​ຜູ້ໜຶ່ງ ແຕ່​ຈົ່ງ​ຮັກ​ເພື່ອນ​ມະນຸດ​ເໝືອນ​ຮັກ​ຕົນເອງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ລາວ​ຖາມ​ຄືນ​ວ່າ, “ຂໍ້ຄຳສັ່ງ​ຂໍ້​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວ​ເມຍ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ


ພວກ​ທະຫານ​ກໍ​ຖາມ​ເພິ່ນ​ເໝືອນກັນ​ວ່າ, “ພວກ​ຂ້ານ້ອຍ​ເດ ຈະ​ເຮັດ​ຢ່າງ​ໃດ?” ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ຂົ່ມເຫັງ ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ, ແຕ່​ຈົ່ງ​ພໍໃຈ​ໃນ​ຄ່າຈ້າງ​ຂອງຕົນ.”


ແລ້ວ​ພວກເຂົາ​ກໍ​ນຳ​ພະຍານ​ບໍ່​ຈິງ​ມາ​ກ່າວ​ວ່າ, “ຊາຍ​ຄົນ​ນີ້​ເວົ້າ​ຕໍ່ສູ້​ພຣະວິຫານ​ອັນ​ສັກສິດ ແລະ​ກົດບັນຍັດ​ຢ່າງ​ບໍ່​ຢຸດຢັ້ງ.


ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.


ຢ່າ​ໃສ່ຮ້າຍ​ປ້າຍສີ​ເພື່ອນບ້ານ​ຂອງ​ເຈົ້າ.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ,


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka