Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:15 - ພຣະຄຳພີສັກສິ

15 ຢ່າ​ລັກ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:15
25 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍຕາມ​ທີ່​ລັກ​ພາ​ເອົາ​ຄົນ​ໄປ ບໍ່​ວ່າ​ຈະ​ເອົາ​ໄປ​ຂາຍ​ຕໍ່ ຫລື​ເອົາ​ໄວ້​ເປັນ​ທາດຮັບໃຊ້​ກໍຕາມ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ພຣະເຈົ້າຢາເວ​ກຽດຊັງ​ຜູ້​ທີ່​ໃຊ້​ຕາຊິງ​ຂີ້ຫລັກ. ພຣະອົງ​ດີໃຈ​ນຳ​ຜູ້​ທີ່​ຊັ່ງຕວງ​ຢ່າງ​ຖືກຕ້ອງ.


ຢ່າ​ລັກ, ຢ່າ​ຕົວະ, ຢ່າ​ຫລອກລວງ​ກັນແລະກັນ.


ຢ່າ​ເອົາລັດ​ເອົາປຽບ​ຜູ້ໜຶ່ງ​ຜູ້ໃດ ຫລື​ປຸ້ນຈີ້​ເຂົາ. ຢ່າ​ກັກ​ຄ່າ​ແຮງງານ​ຂອງ​ລູກຈ້າງ​ໄວ້ ແມ່ນແຕ່​ຄືນ​ດຽວ​ກໍຕາມ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.


ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.


ເພາະ​ຄວາມ​ຄິດ​ຊົ່ວ ຊຶ່ງ​ນຳ​ໄປ​ສູ່​ການ​ຂ້າ​ຄົນ, ການ​ຫລິ້ນຊູ້​ສູ່​ຜົວເມຍ ແລະ​ການ​ຜິດ​ສິນທຳ​ທາງ​ເພດ, ການ​ລັກ, ການ​ກ່າວ​ຄຳ​ພະຍານ​ບໍ່​ຈິງ ແລະ​ການ​ກ່າວຮ້າຍ​ປ້າຍສີ​ຜູ້​ອື່ນ ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ.


ລາວ​ຖາມ​ຄືນ​ວ່າ, “ຂໍ້ຄຳສັ່ງ​ຂໍ້​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວ​ເມຍ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ


ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ ສະຖານທີ່​ແຫ່ງ​ການ​ໄຫວ້ວອນ,’ ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.


ຂໍ້​ກົດບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້, ຢ່າ​ຂ້າ​ຄົນ, ຢ່າ​ລັກ​ຊັບ, ຢ່າ​ໂລບ,” ທັງ​ຂໍ້​ກົດບັນຍັດ​ອື່ນໆ ກໍ​ຮ່ວມ​ຢູ່​ໃນ​ຂໍ້​ດຽວກັນ​ນີ້​ຄື “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ຄົນ​ຂີ້ລັກ ຄົນ​ຂີ້ໂລບ ຄົນ​ຂີ້ເຫລົ້າ ຄົນ​ເວົ້າ​ໃສ່ຮ້າຍ​ປ້າຍສີ ຫລື​ຄົນ​ສໍ້ໂກງ​ກໍດີ ຄົນ​ເຫຼົ່ານັ້ນ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ຜູ້ໃດ​ກໍຕາມ ທີ່​ລັກ​ເອົາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄປ​ຮັບໃຊ້​ຕົນ ຫລື​ເອົາ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ໃນ​ທຳນອງນີ້​ພວກເຈົ້າ​ຈະ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka